ພະນັກງານແນວໂຮມແຕ່ລະຄົນຕ້ອງແມ່ນປັດໃຈຕັ້ງໜ້າປັບປຸງຄວາມສາມັກຄີໃນເຂດຊຸມຊົນ

(VOVWORLD) - ຕອນເຊົ້າວັນທີ 13 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມຍ້ອງຍໍປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຂັ້ນຕາແສງ
ພະນັກງານແນວໂຮມແຕ່ລະຄົນຕ້ອງແມ່ນປັດໃຈຕັ້ງໜ້າປັບປຸງຄວາມສາມັກຄີໃນເຂດຊຸມຊົນ - ảnh 1 (ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ)

ແລະ ຫົວໜ້າຄະນະປະຕິບັດວຽກງານແນວໂຮມທີ່ດີເດັ່ນທົ່ວປະເທດໄລຍະ 2014-2017.

        ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ຖືວ່າ, ໄລຍະຈະມາເຖິງແນວໂຮມຕ້ອງສືບຕໍ່ປະຕິບັດບົດບາດເຕົ້າໂຮມ, ຮັບຟັງຄວາມເຫັນຂອງປະຊາຊົນ, ລົງເລິກ, ໃກ້ຊິດຕິດແທດກັບະພາບການເພື່ອສ່ອງແສງກັບບັນດາອົງການພັກ ແລະ ລັດຂັ້ນສູນກາງ ກໍ່ຄືທ້ອງຖີ່ນຢ່າງທັນການ… ພະນັກງານແນວໂຮມຂັ້ນຮາກຖານແຕ່ລະຄົນ ແລະ ຫົວໜ້າຄະນະປະຕິບັດວຽກງານແນວໂຮມຢູ່ເຂດຊຸມຊົນ ຕ້ອງເປັນປັດໃຈດີເດັ່ນ ແລະ ຕັ້ງໜ້າທີ່ສຸດໃນການກໍ່ສ້າງຂະບວນການ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີໃນບໍລິເວນ.

        “ດ້ວຍພາລະບົດບາດຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມຂອງຕົນ, ແນວໂຮມປະເທດຊາດ ຫວຽດນາມ ຄວນສົມທົບກັບບັນດາກຳລັງໃນສັງຄົມເພີ່ມທະວີການເຄື່ອນໄຫວຕິດຕາມກວດກາ. ໃນຂັ້ນຮາກຖານແມ່ນຕ້ອງປັບປຸງ, ເພີ່ມທະວີການເຄື່ອນໄຫວຂອງຄະນະກວດກາປະຊາຊົນ ແລະ ຄະນະຕິດຕາມກວດກາການລົງທຶນຂອງປະຊາຄົມ, ເພື່ອເຮັດໃຫ້ບັນດາໂຄງການລົງທຶນ, ບັນດາກິດຈຳການກໍ່ສ້າງໂດຍລັດລົງທຶນ ຫຼືປະຊາຊົນປະກອບສ່ວນ, ລ້ວນແຕ່ມີການສະໜັບສະໜູນ ແລະ ການຕິດຕາມກວດກາຂອງປະຊາຊົນ“.

        ທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ເຈິ່ນແທງເມິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມອບໃບຍ້ອງຍໍ 51 ໃບຂອງນາຍົກລັດຖະມົນຕີ ແລະ 391 ໃບ ຂອງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໃຫ້ບັນດາປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຂັ້ນຕາແສງ ແລະ ຫົວໜ້າຄະນະປະຕິບັດວຽກງານແນວໂຮມທີ່ດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ