ພະບາດສົມເດັດມະຫາຊີວິດໄທວະຈີຣາລົງກອນ ຈະຂຶ້ນຄອງລາດໃນທ້າຍປີນີ້
ພະບາດສົມເດັດພະເຈົ້າມະຫາຊີວິດໄທ ວະຈີຣາລົງກອນ
(ພາບ: AFP/TTXVN)
|
(vovworld) – ວັນທີ 21/4, ທ່ານຮອງນາຍົກລັດຖະມົນຕີ ໄທ ວິດຊານູ ເຄືອງາມ ໃຫ້ຮູ້ວ່າ: ພິທີຂຶ້ນຄອງລາດຂອງ ພະບາດສົມເດັດພະເຈົ້າມະຫາຊີວິດໄທ ວະຈີຣາລົງກອນ ຈະຈັດຕັ້ງໃນທ້າຍປີນີ້, ພາຍຫຼັງພິທີລາດຊະຊາປະນະກິດສົບຂອງ ພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອາດຸນຍະເດັດ. ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານ ເຄືອງາມ ໄດ້ເວົ້າວ່າ: “ໃນທ້າຍປີນີ້ຈະດຳເນີນພິທີຂຶ້ນຄອງລາດ”, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ໄດ້ເວົ້າລະອຽດແມ່ນເດືອນໃດ. ກ່ອນໜ້ານັ້ນ, ບັນດາພາຫະນະສື່ມວນຊົນໄທ ແລະ ສາກົນລ້ວນແຕ່ຄັດສະເໜີແຫຼ່ງຂ່າວທີ່ວ່າ ພິທີລາດຊະຊາປະນະກິດສົບພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພົນ ອາດຸນຍະເດັດ ຄາດວ່າ ຈະຈັດຂຶ້ນໃນເວລາ 5 ວັນທ້າຍເດືອນ 10. ພິທີຂຶ້ນຄອງລາດຂອງພະບາດສົມເດັດພະເຈົ້າມະຫາຊີວິດອົງໃໝ່ແມ່ນຂີດໝາຍຂອງການກັບຄືນສູ່ການເຄື່ອນໄຫວການເມືອງ, ສັງຄົມເປັນປົກກະຕິ ພາຍຫຼັງ ໄວ້ທຸກມາເປັນເວລາ 1 ປີ ແລະ ຫຼັງຈາກນັ້ນຈະເລີ່ມດຳເນີນການເລືອກຕັ້ງທົ່ວປະເທດ, ຄາດວ່າຈະຈັດຕັ້ງໃນທ້າຍປີ 2018. ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ເວົ້າວ່າ: ຄຳສັ່ງຫ້າມໂຮມປະຊຸມການເມືອງຈະຖືກຍົກເລິກພາຍຫຼັງພິທີຂຶ້ນຄອງລາດ ຂອງພະບາດສົມເດັດພະເຈົ້າມະຫາຊີວິດອົງໃໝ່.