ພາກກາງຫວຽດນາມ ກຽມພ້ອມຮັບມືກັບ ພະຍຸ Utor ວັນຈັນ ທີ 12 ສິງຫາ ຄ.ສ. 2013 | 14:40:11 (ພາບ:vov.vn ) (vovworld)- ອຳນາດການປົກຄອງ ແລະ ປຊຊ ດຳລົງຊີວິດຢູ່ຕາມເກາະແຫ່ງຕ່າງໆທາງພາກກາງຫວຽດນາມ ພວມຕັ້ງໜ້າກະກຽມຮັບມືກັບສະພາບຄວາມດັນອາກາດຕ່ຳ ແລະ ພະຍຸ Utor. ມາຮອດຈຸດເວລານີ້, ເຮືອ ແລະ ກຳປັ່ນຫາປາຢູ່ໃກ້ຝັ່ງເກືອບທັງໝົດຂອງຊາວປະມົງເມືອງເກາະລີເຊີນ ແຂວງກວາງຫງ້າຍ ໄດ້ເຂົ້າບ່ອນຫລົບ ຫລີກພະຍຸ. ຄະນະຊີ້ນຳປ້ອງກັນ, ຕ້ານພະຍຸນ້ຳຖ້ວມເມືອງເກາະລີເຊີນ ໄດ້ປະກາດ ໃຫ້ບັນດາສະມາພັນອາຊີບຫາປາ ເພື່ອຂົນຂວາຍຊາວປະມົງຊັບຊ້ອນເຮືອ, ກຳປັ່ນ, ຫລີກເວັ້ນອຸບັດຕິເຫດເມື່ອເກີດລົມແຮງ, ພະຍຸ. ອຳນາດການປົກຄອງ ແລະ ປະຊາຊົນໃນເກາະຜັນຂະຫຍາຍການສະສົມທັນຍາຫານ ຮັບປະກັນການກິນຢ່າງພຽງພໍໃນເວລາ 1 ເດືອນໃນກໍລະນີເກີດຝົນຕົກ, ລົມແຮງໃນເວລາຍາວນານ. ທ່ານນາງຟ້າມທິເຮືອງ ຮອງປະທານຄະນະກຳມະການ ປຊຊ ເມືອງເກາະລີເຊີນ ແຂວງກວາງຫງ້າຍ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ສະສົມເຂົ້າສານ 45 ໂຕນ, ສ່ວນຢຸກຢາກໍ່ພຽງພໍແລ້ວ, ໂດຍສະເພາະແມ່ນຕາແສງເກາະອານບິງ ຖືກຕົກຢູ່ໂດດດຽວ. ທາງເມືອງມີໜ້າທີ່ຕິດຕາມການຜັນແປຂອງພະຍຸ, ມີວິທີປ້ອງກັນ ຕ້ານພະຍຸນ້ຳຖ້ວມ. ທີສອງແມ່ນຮັກສາການຕິດຕໍ່ພົວພັນກັບບັນດາເຮືອ, ກຳປັ່ນຫາປາບົນທະເລ “. Tag ພະຍຸ Utor ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ