ພາລະກອນປ້ອງກັນຄວາມສະຫງົບ 32000 ຄົນໄດ້ປ້ອງກັນວາລະໄຂການຟ້ອງຮ້ອງການສໍ້ໂກງໃນການເລືອກຕັ້ງຢູ່ ອິນໂດເນເຊຍ 2019:
Huong Tra -  
(VOVWORLD) - ຕອນເຊົ້າວັນທີ 14 ມິຖຸນາ, ສານລັດຖະທຳມະນູນອິນໂດເນເຊຍ ຈະເລີ່ມຈັດວາລະໄຂການຟ້ອງຮ້ອງການສໍ້ໂກງໃນການເລືອກຕັ້ງຢູ່ອິນໂດເນເຊຍ ປີ 2019. ຍ້ອນມີຄວາມວິຕົກກັງວົນເກີດການແຫ່ຂະບວນປະທ້ວງ, ພະລະກອນ 32000 ຄົນໄດ້ຖືກປຸກລະດົມໄປຮັກສາວາລະສານດັ່ງກ່າວ.
(ພາບ: Reuters )
|
ນັບແຕ່ເມື່ອທ່ານ Prabowo ຜູ້ອອກສະໝັກຮັບເລືອກຕັ້ງ ຖືກປະລາໄຊໄດ້ຍື່ນໃບຮ້ອງຟ້ອງກ່ຽວກັບການສໍ້ໂກງໃນການເລືອກຕັ້ງປະທານາທິບໍດີເມື່ອວັນທີ 24 ພຶດສະພາຜ່ານມາ, ຮົ້ວໜາມໝາກຈັບແຫ່ງ 1 ຖືກສ້າງຂຶ້ນຢູ່ຕໍ່ໜ້າສຳນັກງານສານລັດຖະທຳມະນູນອິນໂດເນເຊຍ ເພື່ອປ້ອງກັນ. ພາຍຫຼັງພິຈາລະນາໃບຮ້ອງຝ້ອງທີ່ມີຄວາມໜາ 37 ໜ້າດ້ວຍຫຼັກຖານ 146 ຢ່າງນັ້ນ, ວັນທີ 14 ມິຖຸນາ, ສານລັດຖະທຳມະນູນຈະເລີ່ມຈັດວາລະທຳອິດ.
ທ່ານ Asep Adi Saputra ໂຄສົກຂອງຕຳຫຼວດປະເທດນີ້ໃຫ້ຮູ້ວ່າ: ບັນດາພາລະກອນປ້ອງກັນຄວາມສະຫງົບຈະປ້ອງກັນຢູ່ອ້ອມຂ້າງສຳນັກງານສານລັດຖະທຳມະນູນ ຈົນຮອດເວລາມີຄຳປະກາດໝາກຜົນສຸດທ້າຍຂອງການຮ້ອງຟ້ອງໃນວັນທີ 28 ມິຖຸນາຈະມາເຖິງ. ທ່ານຍັງຮຽກຮ້ອງປະຊາຊົນຈົ່ງບໍ່ໃຫ້ເຂົ້າຮ່ວມການເຄື່ອນໄຫວແຫ່ຂະບວນປະທ້ວງຢູ່ຕໍ່ໜ້າສຳນັກງານສານລັດຖະທຳມະນູນໃນຊຸມວັນນີ້.
Huong Tra