ພາສາແມ່ສວມບົດບາດສຳຄັນໃນການພັດທະນາການສຶກສາຂອງຫວຽດນາມ

ພາສາແມ່ສວມບົດບາດສຳຄັນໃນການພັດທະນາການສຶກສາຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ໃນ​ສານ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອ​ງ 15 ປີ​ແຫ່ງ​ວັນ​ສາກົນ​ເວົ້າ​ພາສາ​ແມ່ (21/02), ອົງການ​ສຶກສາ, ວິທະຍາ​ສາດ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ​ເນັ້ນ​ໜັກ​ວ່າ, ການ​ສຶກສາ​ດ້ວຍ​ພາສາ​ແມ່​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ສິດສອນ, ດັດ​ປັບ​ບັນດາ​ລາຍການ​ຮຽນ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ຮໍ່າຮຽນ​ທີ່​ເໝາະ​ສົມ​ກວ່າ. ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ທອງ​ທຶນ​ເພື່ອ​ເດັກນ້ອຍ ​ສະຫະ​ປະຊາ​ຊາດ (UNICEF), ຫວຽດນາມ ​ໄດ້​ທົດ​ລອງ​​ສຳ​ເລັດ​ຂໍ້​ລິ​ເລີ່​ມ​ຄົ້ນຄວ້າ​ກ່ຽວ​ກັບ​ການ​ສຶກສາ 2 ພາສາ ​ໂດຍ​ອີງ​ໃສ່​ພາສາ​ແມ່ຢູ່ 3 ​ແຂວງ ລາວ​ກາຍ, ຢາ​ລາຍ ​ແລະ ຈ່າ​ວິ​ງ ​ແຕ່​ປີ 2008. ທ່ານ Abdel Youssouf Jelil, ຫົວໜ້າ​ຜູ້​ຕາງໜ້າ UNICEF ປະຈຳ​ຫວຽດນາມ ຢືນຢັນ​ວ່າ: ຂໍ້​ລິ​ເລີ່​ມສິດສອນ​ດ້ວຍ​ພາສາ​​ແມ່, ພ້ອມ​ກັບ​ນະ​ໂຍບາຍ​ແຫ່ງ​ຊາດ ​ແລະ ລົງທຶນ​ພາກ​ລັດ​ໃຫ້​ການ​ສຶກສາ, ຫວຽດນາມ ​ໄດ້​ມີ​ໂອກາດ​ສຳຄັນ​ເພື່ອ​ສືບ​ຕໍ່​ຮັກສາ​ຄວາມ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ທາງ​ດ້ານ​ພາສາ ​ແລະ ວັດທະນະທຳ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ