ພໍ່ແມ່ພີນ້ອງ ຊາວເຜົ່າຈຳຕ້ອນຮັບ ງານບຸນກາເຕ
ງານບຸນກາເຕຂອງພໍ່ແມ່ພີນ້ອງຊາວເຜົ່າຈຳ
|
Vovworld- ຕອນເຊົ້າວັນທີ 15/10, ກົງກັບວັນທີ 1 ເດືອນ 7 ຕາມປະຕິທິນ ເຜົ່າຈຳ, ພໍ່ແມ່ພີນ້ອງຊາວ ເຜົ່າຈຳນັບພັນຄົນໂດຍເຊື່ອຖືສາສະໜາ Brahman ຢູ່ ແຂວງນິງຖ້ວນ ແລະ ບີງຖ້ວນ ໄດ້ຕ້ອນຮັບ ງານບຸນກາເຕໃນທ່າມກາງຄວາມ ເບີກບານມ່ວນຊື່ນ. ນີ້ແມ່ນໜຶ່ງໃນຈຳນວນ 15 ງານບຸນປະເພນີໃຫຍ່ກ່ວາໝູ່ຢູ່ຫວຽດນາມ. ຢູ່ວິຫານ Po Klaong Girai ທີ່ຂຶ້ນກັບຕາແສງ ໂດວິງ ນະຄອນ ຟານຣາງ-ທາດຈາມ ແມ່ນແຫ່ງດຳເນີນງານບຸນກາເຕ. ສິ່ງທີ່ປະທັບໃຈໃນງານບຸນ ແມ່ນລາຍການຟ້ອນວີຂອງພວກນາງສາວເຜົ່າຈຳ ນຸ່ງຊຸດເສື້ອຍາວອັນເປັນປະເພນີ ດ້ວຍບາດຍ່າງທີ່ງາມຕາຕາມຈັງຫວະຂອງສຽງກອງ, ສຽງແຄນທີ່ຟົດຟື້ນມ່ວນຊື່ນ. ຊາວທ້ອງຖ່ິນຜູ້ 1 ມາຊົມງານບຸນເປີດເຜີຍວ່າ :
“ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ, ໃນ ງານບຸນກາເຕ, ພໍ່ແມ່ພີນ້ອງຊາວເຜົ່າຈຳໄດ້ຮັບຂອງຂວັນຫຼາຍຢ່າງ, ພວກບາວສາວໄດ້ມີໂອກາດສະແດງວາດຟ້ອນຕາມຈັງຫວະຂອງສຽງກອງ ຈີນັງ. ບັນດາຜູ້ມີຍົດສັກໄດ້ທຳພິທີເປີດປະຕູທາດຈາມເພື່ອບູຊາເທວະດາຟ້າແຖນ ພາວະນາໃຫ້ພໍ່ແມ່ພີນ້ອງ ຊາວເຜົ່າຈຳຜູ້ຢູ່ໃກ້ຫຼືໄກມີສຸຂະພາບເຂັ້ມແຂງ, ລະດູການຜະລິດໄດ້ຮັບຜົນດີ ”
ປີນີ້, ກົງກັບໂອກາດງານບຸນກາເຕ, ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ກໍໄດ້ຈັດວັນບຸນ ວັດທະນະທຳ-ກິລາ ແລະ ທ່ອງທ່ຽວເຂດຊາວເຜົ່າຈຳ ອັນໄດ້ດຶງດູດການເຂົ້າຮ່ວມຂອງ ພໍ່ແມ່ພີນ້ອງ ຊາວເຜົ່າຈຳຢູ່ແຂວງ, ນະຄອນຕ່າງໆ, ທັງນີ້ກໍເຮັດໃຫ້ບັນຍາກາດງານບຸນກາເຕຍິ່ງຄຶກຄື້ນມ່ວນຊື່ນຂຶ້ນຕື່ມ .