ທ່ານລັດຖະມົນຕີການຕ່າງປະເທດ
ຟີລີບປິນ Perfecto Yasay
(ພາບ:
AFP/Noel Celis)
(vovworld) - ໃນແຈ້ງຂ່າວວັນທີ 14/07 ກະຊວງການຕ່າງປະເທດ ຟີລີບປິນ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີການຕ່າງປະເທດ ຟີລີບປິນ Perfecto Yasay ຈະເຂົ້າຮ່ວມກອງປະຊຸມສຸດຍອດ ASEM ທີ່ດຳເນີນໃນເວລາ 2 ວັນ, ເລີ່ມຕົ້ນແຕ່ວັນທີ 15/07 ຢູ່ນະຄອນຫລວງ Ulan Bator ຂອງ ມົງໂກນ, ໃນນັ້ນ ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ. ແຈ້ງຂ່າວຊີ້ແຈ້ງວ່າ:ໃນໂຄງການດຳເນີນງານຂອງກອງປະຊຸມ ASEM, ທ່ານລັດຖະມົນຕີການຕ່າງປະເທດ Yasay ຈະປຶກສາຫາລືກ່ຽວກັບ “ວິທີການສຳຜັດສັນຕິພາບ ແລະ ອີງຕາມບັນດາຫລັກການຂອງ ຟີລີບປິນ” ສຳລັບບັນຫາທະເລຕາເວັນອອກ ແລະ ຄວາມຈຳເປັນທີ່ບັນດາຝ່າຍຕ້ອງເຄົາລົບຄຳຕັດສິນຂອງສານກຳມະການປະຈຳ (PCA) ຫວ່າງແລ້ວນີ້.
ແລະກໍ່ໃນແຈ້ງຂ່າວນີ້, ກະຊວງການຕ່າງປະເທດ ຟີລີບປິນ ກໍ່ກະຕຸກຊຸກຍູ້ ຈີນ ເຄົາລົບຄຳຕັດສິນຂອງສານກຳມະການປະຈຳ (PCA) ຢູ່ ລາໄຮ ປະເທດ ໂຮນລັງ ປະຕິເສດບັນດາຄວາມຮຽກຮ້ອງອະທິປະໄຕຂອງ ບັກກີງ ຢູ່ທະເລຕາເວັນອອກ.