|
(vovworld)- ວັນທີ 23/1, ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລີບປີນ ຖືວ່າ: ບັນດາປະເທດຢູ່ນອກ ອາຊຽນ ບໍ່ຄວນນຳໃຊ້ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເພື່ອສູ້ຢັນ ພ້ອມທັງສະແດງຄວາມປາດຖະຫນາຢາກ ອາຊຽນ ຮັກສາຄວາມສາມັກຄີ ແລະ ສ້າງກົນໄກເພື່ອແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ. ກ່າວຄຳເຫັນຕໍ່ຜູ້ຕາງຫນ້າຂອງ 20 ປະເທດ ທີ່ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງຢູ່ ສິງກະໂປ, ທ່ານລັດຖະມົນຕີ Lorenzana ໄດ້ຢັ້ງຢືນຄືນ “ຄວາມເປັນເອກະພາບ ແລະ ຄວາມສາມັກຄີຂອງກຸ່ມໃນສະພາບບັນດາປະເທດມະຫາອຳນາດພວມເພີ່ມທະວີການແກ້ງແຍ້ງຢູ່ທີ່ນີ້, ພ້ອມທັງສະເຫນີບັນດາປະເທດບໍ່ນຳໃຊ້ ອາຊຽນ ເປັນເຄື່ອງມືເພື່ອສູ້ຢັນ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ Lorenzana ໃຫ້ຮູ້ວ່າ: ອາຊຽນ ພວມສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ດ້ວຍຄວາມປາດຖະຫນາຢາກທຸກຝ່າຍຈະສືບຕາມວິວັດການການທູດ ແລະ ນິຕິທຳໃນການແກ້ໄຂບັນດາຄວາມຂັດແຍ້ງກັນ. ທ່ານ Lorenzana ປາດຖະຫນາວ່າ COC ຈະສ້າງຂອບເຂດໃຫ້ແກ່ບັນດາມາດຕະການຍາວນານຕໍ່ບັນດາຄວາມຂັດແຍ້ງກັນຢູ່ເຂດທະເລນີ້. ຟີລີບປີນ ແມ່ນປະທານໝູນວຽນຂອງ ອາຊຽນ ໃນປີ 2017 ແລະ ຈະແມ່ນປະເທດເຈົ້າພາບຈັດຕັ້ງບັນດາກອງປະຊຸມປະຈຳປີຂອງອາຊຽນໃນປີນີ້.