(vovworld) - ວັນທີ 25/05, ທ່ານປະທານາທິບໍດີຟິລິບປິນ Benigno Aquino III, ຖະແຫຼງວ່າ: ບັນດາເຮືອບິນສູ້ຮົບ ແລະ ການຄ້າຂອງປະເທດນີ້ ຈະສືບຕໍ່ມີຖ້ຽວບິນຕ່າງໆຢູ່ບັນດາຫາດຫີນໃຕ້ນ້ຳທີ່ມີຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ, ໂດຍບໍ່ຫົວຊາຕໍ່ຄຳກ່າວເຕືອນຂອງຈີນ ຢູ່ເຂດນ່ານຟ້ານີ້. ທ່ານປະທານາທິບໍດີ Aquino ຢືນຢັນວ່າ, ບໍ່ມີເຂດປ້ອງກັນອາກາດ (ADIZ) ຢູ່ບໍລິເວນດັ່ງກ່າວ, ພ້ອມທັງເນັ້ນໜັກວ່າ ມານີລາ ຍັງຄົງສືບຕໍ່ປະຕິບັດບັນດາຖ້ຽວບິນທຳມະດາບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາເຊິ່ງປະເທດນີ້ເຂົ້າຮ່ວມ. ຕາມທ່ານແລ້ວ, ຟິລິບປິນ ຈະປະຕິບັດບັນດາສິດຂອງຕົນໃນເຂດເສດຖະກິດຈຳເພາະຂອງປະເທດນີ້ ແລະ ມານີລາ ຈະມານະພະຍາຍາມປົກປ້ອງບັນດາສິດນີ້. ກ່ຽວຂ້ອງເຖິງຄວາມເຄັ່ງຕຶງຫວ່າງແລ້ວນີ້ຢູ່ທະເລຕາເວັນອອກ, ທ່ານປະທານາທິບໍດີ Aquino ກໍ່ຊີ້ໃຫ້ເຫັນວ່າ, ປະຈຸບັນກຳລັງທະຫານລະຫວ່າງຈີນ ແລະ ຟິລິບປິນ ແມ່ນບໍ່ສະເໝີພາບ, ຖືວ່າຮູບພາບຂອງປັກກິງ ຈະຊົ່ວຮ້າຍລົງຖ້າຫາກມີບັນດາການກະທຳທີ່ບໍ່ເໝາະສົມຢູ່ເຂດທະເລນີ້.