ມີ ກ່​ວາ 80 ປະ​ເທດ​ຈຳ​ກັດ​ການ​ເຂົ້າ​ເມືອງ​ສຳ​ລັບ​ພົນ​ລະ​ເມືອງ ສ.ເກົາຫຼີ

(VOVWORLD) -ຮອດວັນທີ 1 ມີນາ, ມີກ່ວາ 80 ປະເທດພວມນຳໃຊ້ຄຳສັ່ງຈຳກັດການເຂົ້າເມືອງ ແລະ ຜັນຂະຫຍາຍບັນດາລະບຽບການກວດພະຍາດຢ່າງເຄັ່ງຂັດຕໍ່ແຂກທ່ອງທ່ຽວທີ່ມາຈາກ ສ.ເກົາຫຼີ, ຍ້ອນຄວາມວິຕົກກັງວົນຕໍ່ການແຜ່ລະບາດຂອງໂລກລະບາດ Covid- 19.
ມີ ກ່​ວາ 80 ປະ​ເທດ​ຈຳ​ກັດ​ການ​ເຂົ້າ​ເມືອງ​ສຳ​ລັບ​ພົນ​ລະ​ເມືອງ ສ.ເກົາຫຼີ - ảnh 1ພາບປະກອບ: Yonhap 

ສ.ເກົາຫຼີ ໄດ້ຕັ້ງໜ້າສະເໜີໃຫ້ບັນດາປະເທດ ແລະ ເຂດແຄ້ວນໃນໂລກບໍ່ນຳໃຊ້ການຈຳກັດເຂົ້າເມືອງທີ່ເກີນລະດັບສຳລັບພົນລະເມືອງສ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າການແຜ່ລະບາດຢ່າງໄວວາຂອງໂລກລະບາດ Covid – 19, ທີ່ມີແຫຼ່ງເກີດມາຈາກນະຄອນ ອູຮັ້ນ (ປະເທດຈີນ) ໃນເດືອນ ທັນວາ 2019ນັ້ນ, ບັນດາປະເທດຈຳຕ້ອງກະທຳ.

        ໄລ່ຮອດວັນທີ 1 ມີນາ, ສ.ເກົາຫຼີໄດ້ຮັບຮູ້ຜູ້ຕິດໂລກລະບາດ CoVid-19 ໃໝ່ຕື່ມອີກ 586 ຄົນ, ຍົກຈຳນວນຜູ້ຕິດໂລກລະບາດຂຶ້ນເປັນ 3.736 ຄົນ, ແລະ ມີຜູ້ເສຍຊີວິດ 20 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ