ການປະຊຸມຂ່າວງານວາງສະແດງສາກົນ VietBuid ຮ່າໂນ້ຍ ຄັ້ງທີ 2
(ພາບ: baotintuc)
(vovworld) - ງານວາງສະແດງສາກົນ VietBuid ຮ່າໂນ້ຍ ຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ອະສັງຫະລິມະຊັບ - ການປະດັບປະດາພາຍໃນ ແລະ ນອກເຮືອນ - ການກໍ່ສ້າງ ແລະ ວັດສະດຸກໍ່ສ້າງ“ ຈະດຳເນີນໃນລະຫວ່າງວັນທີ 11-15/11/2015. ງານວາງສະແດງນີ້ດ້ວຍການເຂົ້າຮ່ວມຂອງ 1.260 ຮ້ານວາງສະແດງຜະລິດຕະພັນ, ເຕັກໂນໂລຢີທີ່ກ້າວໜ້າຂອງກວ່າ 400 ຫົວໜ່ວຍ, ໃນນັ້ນມີ 278 ວິສາຫະກິດພາຍໃນປະເທດ, 87 ວິສາຫາກິດຮ່ວມທຸລະກິດ ແລະ 34 ວິສາຫະກິດ, ກຸ່ມບໍລິສັດທີ່ມາຈາກ 15 ປະເທດໃນໂລກ. ໃນຂອບເຂດງານວາງສະແດງຈະມີລາຍການພົບປະແລກປ່ຽນລະຫວ່າງພະແນກ, ບັນດາອົງການຈັດຕັ້ງ, ສະຫະສະມາຄົມວິສາຫະກິດພາຍໃນ ແລະ ຕ່າງປະເທດ; ບັນດາເວທີປາໄສວິສາຫະກິດ ແລະ ກອງປະຊຸມສຳມະນາສະເພາະຂະແໜງ “ຜະລິດຕະພັນໃໝ່ - ເຕັກໂນໂລຢີທີ່ກ້າວໜ້າ, ບໍ່ສົ່ງມົນລະພິດເຖິງສິ່ງແວດລ້ອມຂອງຂະແໜງກໍ່ສ້າງ ແລະ ອະສັງຫະລິມະຊັບໃນການເຊື່ອມໂຍງ ແລະ ພັດທະນາ“.