ມີກໍລະນີຕິດເຊື້ອໂຄວິດ-19 ຕື່ມອີກ 5 ຄົນໃໝ່, ບ້ານຮ້າໂລຍ, ຮ່າໂນ້ຍ

(VOVWORLD) -ຫວຽດນາມ ມີ 265 ຄົນຕິດເຊືື້ອໂຄວິດ-19, ໃນນັ້ນມີ 145 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍ.
ມີກໍລະນີຕິດເຊື້ອໂຄວິດ-19 ຕື່ມອີກ 5 ຄົນໃໝ່, ບ້ານຮ້າໂລຍ, ຮ່າໂນ້ຍ - ảnh 1(ພາບປະກອບ: TTXVN)

ຕາມຂໍ້ມູນຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໄລ່ຮອດເວລາ 18 ໂມງ ຂອງວັນທີ 13 ເມສາ, ຫວຽດນາມ ໄດ້ມີຜູ້ຕິດໂລກລະບາດໂຄວິດຕື່ມອີກ 5 ຄົນ, ໃນນັ້ນ ມີ 4 ກໍລະນີແມ່ນພົນລະເມືອງຢູ່ບ້ານຮ້າໂລຍ, ເມືອງ ເມລິງ, ຮ່າໂນ້ຍ. ປະຈຸບັນ, ຜູ້ຕິດໂລກລະບາດ 4 ຄົນດັ່ງກ່າວພວມຖືກແຍກຕົວ, ປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ສາຂາທີ 2, ດົງແອັງ, ຮ່າໂນ້ຍ. ສ່ວນກໍລະນີຍັງເຫຼືອແມ່ນພັກອາໄສຢູ່ແຂວງຮ່າຕິງ, ກັບມາຈາກປະເທດໄທ ໃນວັນທີ 23 ມີນາ, ປັດຈຸບັນພວມໄດ້ປ່ິນປົ່ວຢູ່ໂຮງໝໍເກົ່າແຈວ, ແຂວງຮ່າຕິງ. 

ສະນັ້ນ, ມາຮອດປະຈຸບັນ ຫວຽດນາມ ມີ 265 ຄົນຕິດເຊືື້ອໂຄວິດ-19, ໃນນັ້ນມີ 145 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍ.

ຕອບກັບ

ຂ່າວ/ບົດ​ອື່ນ