ມີກຳມະກອນກວ່າ5000ຄົນເຂົ້າຮ່ວມວັນບຸນແຮງງານປີ2017ຢູ່ແຂວງດົງນາຍ

(VOVWORLD) -ວັນທີ 1/5, ສະຫະພັນແຮງງານແຂວງ ດົງນາຍ ໄດ້ປຸກລະດົມ ເດືອນເພື່ອກຳມະກອນ ແລະ ຈັດຕັ້ງວັນບຸນແຮງງານປີ 2017 ໃຫ້ແກ່ກຳມະກອນກວ່າ 5000 ຄົນ ຢູ່ບໍລິເວນແຂວງ.

ມີກຳມະກອນກວ່າ5000ຄົນເຂົ້າຮ່ວມວັນບຸນແຮງງານປີ2017ຢູ່ແຂວງດົງນາຍ - ảnh 1 ຈູດທວນໄຟປຸກລະດົມເດືອນເພື່ອກຳມະກອນ

ພາບ:Vnplus

ໃນມື້ວັນບຸນແຮງງານ, ສະຫະພັນແຮງງານແຂວງ ດົງນາຍ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຄື: ການພົບປະແລກປ່ຽນ, ການບັນເທິງ, ການລະຫລິ້ນ, ຕັ້ງຄ້າຍ, ຂາຍເຄື່ອງທີ່ລະນຶກ… ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ກຳມະກອນຜູ້ອອກແຮງງານ ແລະ ຄອບຄົວຂອງເຂົາເຈົ້າ. ນະທີ່ນີ້, ທ່ານ ຮີ່ງເຕີນກຽດ, ປະທານສະຫະພັນແຮງງານແຂວງ ດົງນາຍ ໃຫ້ຮູ້ວ່າ: ດົງນາຍ ແມ່ນຫນຶ່ງໃນບັນດາແຂວງ ມີຈຳນວນກຳມະກອນຫລາຍກວ່າໝູ່ໃນທົ່ວປະເທດ, ດ້ວຍກວ່າ 700.000 ຄົນພວມເຮັດວຽກ. ເລື່ອງປຸກລະດົມເດືອນເພື່ອກຳມະກອນ ແມ່ນກຳລັງຫນູນຊຸກຍູ້ພະນັກງານກຳມະບານແຕ່ລະຄົນ, ບັນດາອົງການ, ຫົວຫນ່ວຍ, ວິສາຫະກິດ ແລະ ທົ່ວສັງຄົມ ຮ່ວມແຮງຮ່ວມໃຈເບິ່ງແຍງດູແລໃຫ້ຄົນງານ.

ຕອບກັບ

ຂ່າວ/ບົດ​ອື່ນ