ມີຄົນງານກວ່າ 17.000 ຄົນໄປເຮັດວຽກຢູ່ຕ່າງປະເທດໃນ 2 ເດືອນຕົ້ນປີ

ມີຄົນງານກວ່າ 17.000 ຄົນໄປເຮັດວຽກຢູ່ຕ່າງປະເທດໃນ 2 ເດືອນຕົ້ນປີ - ảnh 1
(ພາບປະກອບ)

(vovworld) – ມີ​ຄົນ​ງານ​ຫວຽດນາມ ກວ່າ 17.000 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ໃນ 2 ​ເດືອນ​ຕົ້ນ​ປີ, ຕົວ​ເລກ​ດັ່ງກ່າວ​ເພີ່ມ​ຂຶ້ນ 23,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2014. ​ໄຕ​ຫວັນ (ປະ​ເທດ​ຈີນ) ສືບ​ຕໍ່​ແມ່ນ​ຕະຫຼາດຮັບ​ຄົນ​ງານ​ຫວຽດນາມ ຫຼາຍ​ກວ່າ​ໝູ່, ດ້ວຍ​ຈຳນວນ​ຄົນ​ງານ 10.906 ຄົນ, ກວມ​ເອົາ 63,4% ຈຳນວນ​ຄົນງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ພິ​ເສດ​ຝ່າຍ​​ໄຕ​ຫວັນ ​ພວມພິຈາລະນາຮັບ​ເອົາຄົນ​ງານຫວຽດນາມ ​ຄືນ​ໃໝ່ໃນ​ຂະ​ແໜງ​ຫາ​ປາ ​ແລະ ຜູ້​ຊ່ວຍ​ວຽກ​​ໃນ​ຄອບຄົວ​. ຖ້າ​ຫາກ​ຂໍ້​ຕົກລົງ​​ສືບ​ຕໍ່​ການ​ຮ່ວມ​ມື​​ໃນ 2 ຂົງ​ເຂດ​ດັ່ງກ່າວໄດ້ຮັບ​ການ​​ຮັບຮອງ​ເອົາ, ຄົນ​ງານ​ຫວຽດນາມ ຈະ​ມີ​ກາລະ​ໂອກາດ​ໄປ​ເຮັດ​ວຽກ​ຢູ່​ຕະຫຼາ​ດທີ່​ເປັນ​ມູນ​ເຊື້ອ ​ແລະ ​ມີຄວາມ​ສາມາດ​ບົມຊ້ອນຫຼາຍ​ຢ່າງນີ້. ​ພ້ອມ​ກັບ​ການ​ສືບ​ຕໍ່​ພັດທະນາ​​ບັນດາ​ຕະຫຼາດ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​​ດ້ານ​ຈຳນວນ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ, ບັນດາ​ວິ​ສາ​ຫະກິດ​ສົ່ງຄົນ​ງານ​​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ພວມມຸ່ງ​ໄປ​ເຖິງ​ການ​ຊອກ​ຫາ​ໃບ​ສັ່ງ​ຊື້​ທີ່​ມີ​ເງື່ອນ​ໄຂ​ເຮັດ​ວຽກ, ມີ​ລາຍ​ຮັບ​ທີ່​ດີ​ໃຫ້​ຄົນ​ງານ. ບາງ​ຕະຫຼາດ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ ຈະ​ໄດ້​​ຮັບ​ການ​ຂຸດ​ຄົ້ນຢ່າງ​ແຮງ. ພິ​ເສດ, ຫວຽດນາມ ​ແລະ ​ໄທ ພວມ​ກະກຽມ​ບັນດາ​ເງື່ອນ​ໄຂ​ຮັບ​ຄົນ​ງານ​ຕື່ມ​ອີກໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ