ທ່ານ Donald J. Trump, ຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກສາທາລະນະ
ພາບ: vneconomy.vn
|
(vovworld)- ວັນທີ 3/10, ຫ້ອງການຂອງລັດຖະມົນຕີກະຊວງຍຸຕິທຳ ນິວຢອກ, ທ່ານ Eric T. Schneiderman ໄດ້ສົ່ງຈົດໝາຍທາງການເຖິງກອງທຶນກຸສົນຂອງທ່ານ Donald J. Trump, ຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກສາທາລະນະ ໄດ້ຮຽກຮ້ອງໃຫ້ກອງທຶນນີ້ຕ້ອງຢຸດຕິບັນດາການເຄື່ອນໄຫວສ້າງກອງທຶນກໍຄືການແຊກແຊງເຂົ້າບໍ່ວ່າການເຄື່ອນໄຫວໃດເພື່ອສ້າງກອງທຶນອື່ນຢູ່ ນິວຢອກໃນທັນທີ. ຈົດໝາຍທາງການນີ້ ໄດ້ສົ່ງໄປໃນວັນທີ 30/9 ແລະ ຫ້ອງການຂອງທ່ານ Schneiderman ປະກາດໃນຕອນເຊົ້າວັນທີ 3/10 ໂດຍໃຫ້ຮູ້ວ່າ: ກອງທຶນ Donald J. Trump ໄດ້ລະເມີດກົດໝາຍ ຍ້ອນບໍ່ທັນຈົດທະບຽນກັບອຳນາດການປົກຄອງ ລັດນິວຢອກເທື່ອ ກ່ຽວກັບການເຄື່ອນໄຫວຂົນຂວາຍບໍລິຈາກເງິນຈາກວົງຄະນາຍາດ.
ໃນວັນດຽວກັນ, ຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກສາທາລະນະ Donald J. Trump ພ້ອມກັບກຸ່ມຂົນຂວາຍຫາສຽງເລືອກຕັ້ງຂອງຕົນ ໄດ້ອອກສຽງຕຳຫນີຕິຕຽນ ຫນັງສືພິມ “ The New York Times” ພາຍຫລັງຫນັງສືພິມນີ້ໄດ້ປະກາດບົດລາຍງານພາສີອາກອນສະແດງໃຫ້ເຫັນວ່າ: ທ່ານ Donald J. Trump ອາດຫລີກລ້ຽງກົດໝາຍເພື່ອລົບຫນີເສຍອາກອນລາຍໄດ້ສ່ວນຕົວໃນເກືອບ 20 ປີຜ່ານມາ. ທ່ານ Donald J. Trump ບໍ່ຍອມຮັບໄດ້ຈ່າຍອາກອນລາຍໄດ້ສ່ວນຕົວ ພ້ອມທັງເນັ້ນຫນັກວ່າ ຕົນເອງແມ່ນຜູ້ຊ່ຽວຊານກ່ຽວກັບກົດໝາຍພາສີອາກອນ.