ມຸ່ງໄປເຖິງປະຊາຄົມອາຊຽນສັນຕິພາບ, ວັດທະນາຖາວອນ

(VOVWORLD) - ຕອນເຊົ້າວັນທີ 22 ກັນຍາ, ຢູ່ ຮ່າໂນ້ຍ, ສະພາມະຫາບັນດິດ ວິທະຍາສາດສັງຄົມ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາສາກົນ: “ອາຊຽນ 50 ປີແຫ່ງການເຊື່ອມໂຍງ ແລະ ພັດທະນາ“.

	ມຸ່ງໄປເຖິງປະຊາຄົມອາຊຽນສັນຕິພາບ, ວັດທະນາຖາວອນ - ảnh 1 ປະຊຸມສຳມະນາສາກົນ: “ອາຊຽນ 50 ປີແຫ່ງການເຊື່ອມໂຍງ ແລະ ພັດທະນາ“

(ພາບ: dangcongsan.vn)

ນີ້ແມ່ນການເຄື່ອນໄຫວທີ່ນອນໃນບັນດາເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ.

        ທີ່ກອງປະຊຸມສຳມະນາ, ບັນດາບົດປະກອບຄວາມເຫັນສ່ວນຫຼາຍແມ່ນເຕື້ອງເຖິງບັນຫາ ອາຊຽນ 50 ປີດ້ວຍບັນດາຜົນງານ ແລະ ບັນດາບັນຫາທີ່ວາງອອກ, ເຊິ່ງໄດ້ສຸມໃສ່ບັນດາເນື້ອໃນຕົ້ນຕໍຄື: ບົດບາດ, ວິທີການພັດທະນາການພົວພັນຕ່າງປະເທດຂອງ ອາຊຽນ; ການຄົ້ນຄ້ວາບັນດາປະເທດບ້ານໃກ້ເຮືອນຄຽງດ້ວຍເລື່ອງສຳຜັດພາກພື້ນທີ່ມີຕໍ່ ອາຊຽນ… ຄຽງຂ້າງນັ້ນ, ບັນດານັກວິທະຍາສາດຍັງໄດ້ຍົກອອກບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ, ປະກອບສ່ວນກໍ່ສ້າງ ແລະ ພັດທະນາເຮືອນລວມ ອາຊຽນ ແຫ່ງຄວາມສາມັກຄີ, ເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໂລກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ