ມີຊາວຫວຽດນາມ 3 ຄົນເສຍຊີວິດໃນເຫດບຸກໂຈມຕີລົດຂົນສົ່ງນັກທ່ອງທ່ຽວຢູ່ອີຢິບ

(VOVWORLD) -ໃນເວລາ 18 ໂມງ 15 ນາທີ (ຕາມເວລາທ້ອງຖິ່ນ) ຂອງວັນທີ 28 ທັນວາ, ໄດ້ເກີດເຫດວາງລະເບີດຢູ່ອີຢິບ ເຮັດໃຫ້ 3 ຄົນເສຍຊີວິດ ແລະ 12 ຄົນຖືກຮັບບາດເຈັບ.
ມີຊາວຫວຽດນາມ 3 ຄົນເສຍຊີວິດໃນເຫດບຸກໂຈມຕີລົດຂົນສົ່ງນັກທ່ອງທ່ຽວຢູ່ອີຢິບ - ảnh 1(ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທ່ງກົງ ໄດ້ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ກຳແໜ້ນສະພາບການຍັງສະຖານທີ່ເກີດເຫດ ແລະ ໄປໂຮງໝໍ Al Haram)

ເຫດລະເບີດແຕກໄດ້ເກີດຂຶ້ນຢູ່ຖະໜົນ El Maryoutiya ຂຶ້ນກັບເມືອງ Haram, ແຂວງ Giza, ປະເທດອີຢິບ ເມື່ອລົດຂົນສົ່ງນັກທ່ອງທ່ຽວທີ່ພານັກທ່ອງທ່ຽວຫວຽດນາມ 15 ຄົນ ຂອງບໍລິສັດ Saigontourist ພວມເດີນທາງໄປຫາສະໜາມບິນເພື່ອກັບເມືອປະເທດ. ກຳລັງປ້ອງກັນຄວາມສະຫງົບອີຢິບ ໄດ້ໄປຍັງເຂດເກີດເຫດລະເບີດ ເພື່ອສືບສວນເຫດການ. ປະຈຸບັນ, ຍັງບໍ່ທັນມີກຸ່ມໃດກ່າວຮັບຜິດຊອບການວາງລະເບີດໃນຄັ້ງນີ້ເທື່ອ.

        ພາຍຫຼັງເກີດເຫດການ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທ່ງກົງ ໄດ້ໄປຍັງສະຖານທີ່ເກີດເຫດ ແລະ ໄປໂຮງໝໍ Al Haram ເຊິ່ງແມ່ນໂຮງໝໍປິ່ນປົວບັນດາຜູ້ຖືກເຄາະຮ້າຍເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ກຳແໜ້ນສະພາບການ. ທ່ານເອກອັກຄະລັດຖະທູດ ເຈິ່ນແທ່ງກົງ ຢືນຢັນວ່າ, ສະຖານທູດຫວຽດນາມ ປະຈຳອີຢິບ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປ້ອງພົນລະເມືອງ, ໜູນຊ່ວຍຜູ້ຮັບບາດເຈັບເພື່ອຟື້ນຟູອາການ ແລະ ກັບເມືອປະເທດໂດຍໄວ.

        ໃນກໍລະນີຕ້ອງການການໜູນຊ່ວຍ, ພົນລະເມືອງຫວຽດນາມ ສາມາດຕິດຕໍ່ໂທລະສັບສາຍດ່ວນຂອງສະຖານທູດຫວຽດນາມ ປະຈຳອີຢິບ ຕາມເບີໂທ: (+20) 1060396518 ຫຼື ເບີໂທລະສັບສູນປົກປ້ອງພົນລະເມືອງແມ່ນ (+84) 981848484 ຫຼື ໂທລະສັບສາຍດ່ວນຂອງສະຖານກົງສູນ ຕາມເບີໂທ (+84) 965411118.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີອີຢິບ ກໍ່ໄດ້ໄປໂຮງໝໍເພື່ອຢື້ຢາມຖາມຂ່າວບັນດານັກທ່ອງທ່ຽວຫວຽດນາມ ຖືກຮັບບາດເຈັບ. ທ່ານໃຫ້ຮູ້ວ່າ, ທ່ານລັດຖະມົນຕີກະຊວງທ່ອງທ່ຽວອີຢິບ ຈະພົບປະກັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ໂດຍໄວ. ທ່ານເນັ້ນໜັກວ່າ, ສິ່ງສຳຄັນທີ່ສຸດທີ່ຄວນເຮັດໃນປະຈຸບັນແມ່ນໜູນຊ່ວຍດ້ານສາທາລະນະສຸກໃຫ້ບັນດານັກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ