ມີນັກຮຽນ,ນັກສຶກສາກວ່າ22ລ້ານຄົນເຂົ້າຮ່ວມພິທີໄຂສົກຮຽນໃຫມ່

ມີນັກຮຽນ,ນັກສຶກສາກວ່າ22ລ້ານຄົນເຂົ້າຮ່ວມພິທີໄຂສົກຮຽນໃຫມ່ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ທີ່​ພິ​ທີ​ໄຂ​ສົກ​ຮຽນ​ໃຫມ່
ພາບ:cand.com

 (vovworl)- ​ຕອນ​ເຊົ້າ​ວັນ​ທີ 5/9, ໂຮງ​ຮຽນ​ທັງ​ໝົດ​ຢູ່​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ສົກ​ຮຽນ​ໃຫມ່ 2015-2016. ນີ້​ເປັນ​ປີ​ທຳ​ອິດ​ຂະ​ແຫນງ​ສຶກ​ສາ​ແລະ ບຳ​ລຸງ​ສ້າງ ປະ​ຕິ​ບັດ​ການຈັດ​ພິ​ທີ​ໄຂ​ສົກ​ຮຽນ​ໃຫມ່​​ເປັນ​ເອ​ກະ​ພາບໃນ​ວັນ​ທີ 5/9/2015.

 ຢູ່​ແຂວງ ກຽນ​ຢາງ, ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ສົກ​ຮຽນ​ໃຫມ່​ຢູ່ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປ່າຍ ຫງວຽນ​ຈູງ​ຈືກ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ​ທ່ານ​ເລ​ຮົ່ງ​ແອງ ຊີ້​ແຈ້ງວ່າ:

        “ຂ້າ​ພະ​ເຈົ້າ​ສະ​ເຫນີ​ຄະ​ນະ​ພັກ, ອຳ​ນ​າດ​ການ​ປົກ​ຄອງ​ທຸກ​ຂັ້ນ, ບັນ​ດາ​ຄະ​ແຫນງ​ການ, ອົງ​ການ​ຈັດ​ຕັ້ງ​ສູນ​ກາງ ແລະ ທ້ອງ​ຖິ່ນ, ສ່ວນ​ບຸກ​ຄົນ​ພາຍ​ໃນ ແລະ ນອກ​ແຂວງ ສືບ​ຕໍ່​ເອົາ​ໃຈ​ໃສ່ ແລະ ມີ​ການ​ຫນູນ​ຊ່ວຍ​ຢ່າງ​ແທດ​ຈິງກວ່າ​ສຳ​ລັບ​ຂະ​ແຫນງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ແຂວງ ກຽນ​ຢາງ.”

​ເຂົ້າ​ຮ່ວມ​ແລະ ກ່າວ​ຄ​ຳ​ເຫັນ​ທີ​່​ພີ​ທີ​ໄຂ​ສົກ​ຮຽນ​ໃຫມ່ຢູ່ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປ່າຍ ເກີມ​ຝາ ແຂວງ ກວ໋າງ​ນີງ ,ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖ​ະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີງ​ມີງ ປາດ​ຖະ​ຫນາ ບັນ​ດາ​ຄູ​ອາ​ຈານ, ພະ​ນັກ​ງານ, ລັດ​ຖະ​ກອນ​ຂະ​ແຫນງ​ສຶກ​ສາ ບຳ​ລຸງ​ສ້າງ​ແຂວງ ກວ໋າງ​ນີງ ແລະ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປ່າຍ ເກີມ​ຝາ ປະ​ຕິ​ບັດ​ຫນ້າ​ທີ່​ໃນ​ສົກ​ຮຽນ​ໃຫມ​່​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ