ມີຜູ້ອອກແຮງງານກວ່າ 2.670 ຄົນໄດ້ຮັບການໜູນຊ່ວຍກັບເມືອບ້ານຕ້ອນຮັບບຸນເຕັດໂດຍບໍ່ເສຍຄ່າ

(VOVWORLD) - ລາຍການເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ສະມາຊິກກຳມະບານ, ຜູ້ອອກແຮງງານກັບເມືອບ້ານຕ້ອນຮັບບຸນເຕັດ ແລະ ກັບມາເຮັດວຽກຢ່າງສະດວກ, ວ່ອງໄວ, ປອດໄພ.
ມີຜູ້ອອກແຮງງານກວ່າ 2.670 ຄົນໄດ້ຮັບການໜູນຊ່ວຍກັບເມືອບ້ານຕ້ອນຮັບບຸນເຕັດໂດຍບໍ່ເສຍຄ່າ - ảnh 1 ລາຍການເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ສະມາຊິກກຳມະບານ, ຜູ້ອອກແຮງງານກັບເມືອບ້ານຕ້ອນຮັບບຸນເຕັດ
(ພາບປະກອບ: ກວາກຢູ)

        ວັນທີ 14 ທັນວາ, ທ່ານຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຟານວັນແອັງ ໃຫ້ຮູ້ວ່າ, ຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຈະຈັດລາຍການ “ຂະບວນການບຸນເຕັດກຳມະບານ - ລະດູບານໃໝ່ 2024” ເພື່ອແນໃສ່ໜູນຊ່ວຍສະມາຊິກກຳມະບານ, ຜູ້ອອກແຮງງານກັບເມືອບ້ານຕ້ອນຮັບບຸນເຕັດ 2024 ແລະ ຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ກຳມະບານທຸກຂັ້ນ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງກຳມະບານ ຫວຽດນາມ, ອາຍຸການ 2023 – 2028.

        ລາຍການເພື່ອແນໃສ່ສ້າງເງື່ອນໄຂເພື່ອໃຫ້ສະມາຊິກກຳມະບານ, ຜູ້ອອກແຮງງານກັບເມືອບ້ານຕ້ອນຮັບບຸນເຕັດ ແລະ ກັບມາເຮັດວຽກຢ່າງສະດວກ, ວ່ອງໄວ, ປອດໄພ.

        ໃນລາຍການ, ອົງການກຳມະບານ ຫວຽດນາມ ໄດ້ສົມທົບກັນຈັດ “ຖ້ຽວບິນກຳມະບານ - ລະດູບານໃໝ່ 2024” ແຕ່ວັນທີ 06-08 ທັນວາ 2024 (ກົງກັບວັນທີ 27-29 ເດືອນ 12 ໄລ່ຕາມຈັນທະປະຕິທິນ). 3 ຖ້ຽວບິນບໍ່ເສຍຄ່າຈະສົ່ງສະມາຊິກກຳມະບານ, ຜູ້ອອກແຮງງານທີ່ເຮັດວຽກຢູ່ບັນດາແຂວງ, ນະຄອນທາງພາກໃຕ້ກວ່າ 670 ຄົນກັບເມືອບ້ານຕ້ອນຮັບບຸນເຕັດຢູ່ບັນດາແຂວງ, ນະຄອນທາງພາກເໜືອ. ພ້ອມກັນນັ້ນ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ກໍ່ໄດ້ຈັດ “ລົດໄຟກຳມະບານ - ລະດູບານໃໝ່ 2024”. ເຊິ່ງຈະມີລົດໄຟ 30 – 32 ຕູໂດຍບໍ່ເສຍຄ່າໃນບັນດາຖ້ຽວລົດໄຟເໜືອ-ໃຕ້ ແລະ ກົງກັນຂ້າມເພື່ອຮັບສົ່ງສະມາຊິກກຳມະບານ, ຜູ້ອອກແຮງງານປະມານ 2.000 ຄົນກັບເມືອບ້ານຕ້ອນຮັບບຸນເຕັດ ກໍຄືກັບມາຫົວໜ່ວຍ, ວິສາຫະກິດໄປເຮັດວຽກພາຍຫຼັງບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ