(vovworld) – ວັນທີ 06/03, ຢ່າງນ້ອຍສຸດມີຊາວອົບພະຍົບ 18 ຄົນເສຍຊີວິດ ເມື່ອກ່ຳປັ່ນຂົນສົ່ງເຂົ້າເຈົ້າຖືກຈົມນ້ຳຢູ່ທະເລ Aegean ຂອງ ຕວກກີ, ໃນການເດີນທາງຂ້າມທະເລໄປຍັງ ເກຼັກ. ຕາມສື່ມວນຊົນຕວກກີ ແລ້ວ, ບັນດາຜູ້ຖືກເຄາະຮ້າຍໄດ້ຮັບຖືວ່າແມ່ນຊາວຊີຣີ, ເລີ່ມເດີນທາງດ້ວຍກ່ຳປັ່ນ 2 ລຳ, ຜ່ານທະເລຢູ່ Didim, ແຂວງ Aydin, ທິດຕາເວັນຕົກຂອງປະເທດນີ້. ບັນດາບົດລາຍງານເບື້ອງຕົ້ນໃຫ້ຮູ້ວ່າ, ກຳລັງປົກປັກຮັກສາຝັ່ງທະເລຕວກກີ ໄດ້ກູ້ຊ່ວຍຊາວອົບພະຍົບ 15 ຄົນ ແຕ່ຍັງມີຫຼາຍຄົນຖືກຫາຍສາບສູນຢູ່. ບັນດາຊາກສົບ ແລະ ຜູ້ຖືກຮັບບາດເຈັບຖືກສົ່ງກັບເມືອ Didim ໃນຂະນະທີ່ວຽກງານກູ້ໄພກູ້ຊີບພວມດຳເນີນໄປ. ໃນຂະນະນັ້ນ, ກອງປະຊຸມພິເສດຈະດຳເນີນໃນວັນທີ 07/03 ຢູ່ບຣຸດແຊນ, ປະເທດແບນຊິກ ແລະ ຫວ່າງຕວກກີ ແລະ ບັນດາປະເທດອີຢູ ເພື່ອແນໃສ່ຊຸກຍູ້ຂໍ້ຕົກລົງສະກັດກັ້ນຊາວອົບພະຍົບເຂົ້າເອີລົບ.