ມີ​ຫຼາຍ​ບາດ​ກ້າວ​ໃໝ່, ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ

(VOVWORLD) - ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ໃນປີ 2023 ໄດ້ຊີ້ແຈ້ງວ່າ ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ປະກົດການຫຍໍ້ທໍ້ສືບຕໍ່ໄດ້ຮັບການຍູ້ແຮງ, ມີບາດກ້າວໃໝ່, ຂ້ຽວຂາດ, ຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນກ່ວາ
ມີ​ຫຼາຍ​ບາດ​ກ້າວ​ໃໝ່, ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ - ảnh 1ກອງປະຊຸມຄັ້ງທີ 26 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບ: nhandan)

ຕອນເຊົ້າວັນທີ 13 ກັນຍາ, ໂດຍສືບຕໍ່ກອງປະຊຸມຄັ້ງທີ 26 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ບັນດາສະມາຊິກໄດ້ປະກອບຄຳເຫັນກ່ຽວກັບບົດລາຍງານການປະຕິບັດງານປີ 2023 ຂອງ ປະທານ ສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ບັນດາບົດລາຍງານ ຂອງ ລັດຖະບານກ່ຽວກັບວຽກງານ ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ ແລະ ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2023.

ໃນນັ້ນ, ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ ໃນປີ 2023 ໄດ້ຊີ້ແຈ້ງວ່າ ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ປະກົດການຫຍໍ້ທໍ້ສືບຕໍ່ໄດ້ຮັບການຍູ້ແຮງ, ມີບາດກ້າວໃໝ່, ຂ້ຽວຂາດ, ຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນກ່ວາ, ອັນໄດ້ສ້າງຂີດໝາຍທີ່ດີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດໜ້າທີ່ເສດຖະກິດສັງຄົມຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ