ມີຫຼາຍລາຍການສະແດງສິລະປະເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ
(VOVWORLD) - ຢູ່ນະຄອນໂຮ່ຈີມິນ, ຕອນຄ່ຳວັນທີ 25 ມັງກອນ, ໄດ້ດຳເນີນລາຍການສະແດງສິລະປະພິເສດຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍຫົວຂໍ້ “ເອກອ້າງທະນົງໃຈພັກກອມມູນິດ ຫວຽດນາມ”.
ລາຍການສະແດງສິລະປະເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (ພາບ: hcmcpv.org.vn) |
ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ນະຄອນຮ່າໂນ້ຍ ໄດ້ຈັດຫຼາຍລາຍການສະແດງສິລະປະເພື່ອມຸ່ງໄປສູ່ເຫດການດ້ານການເມືອງສຳຄັນຍິ່ງຂອງປະເທດຊາດ. ມີລາຍການສະແດງສິປະລະ 27 ລາຍການດຳເນີນຢູ່ບັນດາເວທີສູນກາງ ແລະ ບາງເມືອງເຂດຊານເມືອງ ໂດຍສຸມໃສ່ເຂົ້າຫົວຂໍ້ຍ້ອງຍໍສັນລະເສີນປະເທດຊາດ, ພັກກອມມູນິດ ຫວຽດນາມ, ປະທານໂຮ່ຈີມິນ…
ຢູ່ນະຄອນໂຮ່ຈີມິນ, ຕອນຄ່ຳວັນທີ 25 ມັງກອນ, ໄດ້ດຳເນີນລາຍການສະແດງສິລະປະພິເສດຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍຫົວຂໍ້ “ເອກອ້າງທະນົງໃຈພັກກອມມູນິດ ຫວຽດນາມ”. ລາຍການກໍ່ແມ່ນຄຳອວຍພອນຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນ ໂຮ່ຈີມິນ ສົ່ງໄປຍັງ ກອງປະຊຸມໃຫຍ່.