ມີຫຼາຍແງ່ຫວັງກ່ຽວກັບການເຕີບໂຕການສົ່ງອອກທັງປີ

(VOVWORLD) - ໃນຂະນະທີ່ຍອດວົງເງິນສົ່ງອອກສິນຄ້າບັນລຸກ່ວາ 250 ຕື້ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

ຕາມຕົວເລກສະຖິຕິຫຼ້າສຸດຂອງກະຊວງອຸດສາຫະກຳ - ການຄ້າ ແລ້ວ, ຫວຽດນາມ ສືບຕໍ່ສົ່ງອອກເກີນດຸ່ນບັນລຸເກືອບ 4 ຕື້ USD ໃນ 8 ເດືອນຜ່ານມາ, ໃນຂະນະທີ່ຍອດວົງເງິນສົ່ງອອກສິນຄ້າບັນລຸກ່ວາ 250 ຕື້ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້ໄດ້ຮັບຖືວ່າແມ່ນໝາກຜົນທີ່ຕັ້ງໜ້າຂອງການເຄື່ອນໄຫວພົວພັນແລກປ່ຽນການຄ້າຂອງ ຫວຽດນາມ ເມື່ອທຽບໃສ່ຫຼາຍປະເທດໃນໂລກໃນສະພາບໄພເງິນເຟີ້, ລາຄາເພີ່ມຂຶ້ນສູງ.

          ໃນ 8 ເດືອນຜ່ານມາ, ມີສິນຄ້າ 30 ປະເພດ ບັນລຸວົງເງິນສົ່ງອອກກ່ວາ 1 ຕື້ USD, ກວມເອົາເກືອບ 92% ຍອດວົງເງິນສົ່ງອອກ. ນີ້ລ້ວນແຕ່ແມ່ນບັນດາປະເພດສິນຄ້າທີ່ຄ່ອຍໆກວມເອົາທ່າດີ ຢູ່ບັນດາຕະຫຼາດທີ່ມີ FTA. ຕາມກະຊວງອຸດສາຫະກຳ - ການຄ້າ, ດຸ່ນການຄ້າໄດ້ສະແດງໃຫ້ເຫັນວ່າ ມີວົງເງິນສົ່ງອອກເກີນດຸ່ນໃນ 3 ເດືອນຢ່່າງລຽນຕິດ, ສະພາບການສົ່ງອອກໃນໄຕມາດທີ III ແລະ ຮອດທ້າຍປີ ໄດ້ຮັບການຕີລາຄາວ່າແມ່ນມີຄວາມສາມາດເປັນໄປໄດ້. ບັນດາຊ່ອງເຊື່ອມຕໍ່ຕະຫຼາດຈາກບັນດາທ້ອງຖິ່ນ, ອົງການການຄ້າ ຫວຽດນາມ ຢູ່ຕ່າງປະເທດ ພວມໄດ້ຮັບການຍູ້້ແຮງ ເພື່ອຊ່ວຍໃຫ້ວິສາຫະກິດເປັນເຈົ້າການສຳລັບແຜນການຜະລິດ, ຮັບມືຢ່າງມີໄຫວພິບກັບການຜັນແປຂອງຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ