ມອງລາງວັນເຈີ່ນດ້າຍເງຍຄັ້ງທີ1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ຕີລາຄາສູງການມອບລາງວັນ ເຈີ່ນດ້າຍເງຍ
(ພາບ: ອິນເຕີແນັດ)
(vovworld) – ພິທີມອບລາງວັນ ເຈີ່ນດ້າວເງຍ ຖືກດຳເນີນໃນວັນທີ 11/09 ຢູ່ຮ່າໂນ້ຍ ເພື່ອແນໃສ່ເຊີດຊູບັນດານັກວິທະຍາສາດທີ່ມີຜົນງານດີເດັ່ນກ່ຽວກັບວິທະຍາສາດທຳມະຊາດ ແລະ ເຕັກໂນໂລຢີ ເຊິ່ງໝາກຜົນແຫ່ງການຄົ້ນຄວ້າ ໄດ້ ແລະ ພວມໜູນໃຊ້ຢ່າງໂດຍກົງ, ປະກອບສວ່ນເຂົ້າການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດ. 2 ກິດຈະກຳດີເດັ່ນທີ່ໄດ້ຮັບລາງວັນໃນຄັ້ງນີ້ແມ່ນ: “ໜູນໃຊ້ເຕັກໂນໂລຢີກ້າວໜ້າຜະລິດ ວັກຊີນ ປ້ອງກັນໂລກລະບາດໃຫ້ມະນຸດ” ຂອງສາດສະດາຈານ ປະລິນຍາເອກວິທະຍາສາດ ຮ່ວາງຖູຍງວຽນ ແລະ ອະດີດສາດສະດາຈານ ປະລິນຍາເອກ ດັ້ງດຶກແຈກ ສະຖາບັນ ອະນາໄມກັນພະຍາດສູນກາງ ແລະ ກິດຈະກຳ “ຂັ້ນຕອນຜະລິດແຮ່ເຫຼັກຈາກຂີ້ຕົມແດງ” ຂອງປະລິນຍາເອກ ຫວູດຶກເລີ້ຍ ແລະ ປະລິນຍາເອກ ຫງວຽນວັນຕ໋ວນ ຂຶ້ນກັບສະຖາບັນ ເຄມີສາດ.
ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງການມອບລາງວັນ ເຈີ່ນດ້າຍເງຍ ແລະ ເຊື່ອໝັ້ນວ່າ ການມອບລາງວັນຈະແມ່ນກຳລັງໜູນ ເພື່ອໃຫ້ວິທະຍາສາດພັດທະນາຢ່າງວ່ອງໄວ ປະກອບສ່ວນປຸກລຸກຈິດໃຈວິທະຍາສາດໃນໄວໜຸ່ມ.