ມື້ອື່ນ ໄຂກອງປະຊຸມໃຫຍ່ ຂອງຊາວຄິດຜູ້ຮັກຊາດ
(ພາບປະກອບ)
(vovworld) – ວັນທີ 20/11, ກອງປະຊຸມໃຫຍ່ຜູ້ແທນບັນດາຊາວຄິດຫວຽດນາມສ້າງສາ ແລະ ປົກປັກຮັກສາປະເທດຊາດຄັ້ງ 6 ຈະໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 450 ຄົນໃນທົ່ວປະເທດ. ກອງປະຊຸມໃຫຍ່ຖືກຈັດຂຶ້ນດ້ວຍຂະໜາດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ, ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ ດ້ວຍຄວາມປາຖະໜາວ່າ ຊາວຄິດຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດຊາດ. ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຄູນພໍ່ ຫງວຽນວັນວີ້ງ, ປະທານຄະນະກຳມະການສາມັກຄີສາສະໜາຄິດແຂວງແຄ໋ງຮ່ວາ, ໃຫ້ຮູ້ວ່າ:
“ບັນດາເຂດຊາວຄິດ ລ້ວນແຕ່ໂດຍເຈົ້າອະທິການສິດສອນ, ດັ່ງນັ້ນຈຶ່ງມີຄຸນສົມບັດ, ບໍ່ເຄີຍເກີດເຫດອາດສະຍາກຳ ແລະ ຫຍໍ້ທໍ້. ບັນຫາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຄູນສົມບັດສັງຄົມໄດ້ຮັບຄວາມເອົາໃຈໃສ່, ເປັນແບບຢ່າງໃຫ້ຫຼາຍຕາແສງ. ລັດເຄົາລົບນັບຖືຄວາມເສລີໃນການເຄື່ອນໄຫວສາສະໜາ, ດັ່ງນັ້ນພວກເຮົາທັງເຄື່ອນໄຫວສາສະໜາໃຫ້ດີ, ທັງເຄົາລົບກົດໝາຍ ແລະ ປະຕິບັດວຽກງານສັງຄົມເປັນຢ່າງດີ“