(vovworld) – ຕອນບ່າຍວັນທີ 16/8, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ມອບກາໝາຍ 75 ປີ ແລະ 50 ປີເປັນສະມາຊິກພັກໃຫ້ແກ່ອະດີດການນຳພັກ 2 ທ່ານຄືທ່ານ Nguyen Van Tran, ອະດີດເລຂາສູນກາງພັກ ແລະ ທ່ານ Thai Phung Ne, ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງພະລັງງານ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ອວຍພອນໃຫ້ ອະດີດການນຳ 2 ທ່ານທີ່ໄດ້ຮັບກາໝາຍ 75 ປີ ແລະ 50 ປີເປັນສະມາຊິກພັກ, ເຊິ່ງແມ່ນລາງວັນອັນສູງສົ່ງຂອງພັກ ແລະ ລັດ ທີ່ຮັບຮູ້ບັນດາຜົນງານອັນໃຫຍ່ຫຼວງຂອງເຂົາເຈົ້າທີ່ມີຕໍ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະ ປະຊາຊົນຫວຽດນາມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:ໃນຕະຫຼອດຊີວິດເດີນຕາມພັກ ແລະ ການປະຕິວັດ, ຕິດພັນກັບປະຊາຊົນ, ບັນດາການນຳແມ່ນບັນດາແບບຢ່າງທີ່ດີໃຫ້ສະມາຊິກພັກລຸ້ນໜຸ່ມປະຕິບັດຕາມ. ທ່ານນາຍົກລັດຖະມົນຕີ ອວຍພອນໃຫ້ທ່ານ Nguyen Van Tran ແລະ ທ່ານ Thai Phung Ne ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ມີບັນດາການປະກອບສ່ວນໃຫ້ແກ່ພາລະກິດຂອງພັກ ແລະ ປະຊາຊົນຫວຽດນາມ.