ມອບຂໍ້ຕົກລົງໃຫ້ນາຍທະຫານ 5 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ

(VOVWORLD) - ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີປະກາດ, ມອບຂໍ້ຕົກລົງຂອງປະທານປະເທດໃຫ້ນາຍທະຫານ 5 ຄົນໄປປະຕິບັດໜ້າທີ່ ຮັກສາສັນຕິພາບ ສະຫະປະຊາຊາດ
ມອບຂໍ້ຕົກລົງໃຫ້ນາຍທະຫານ 5 ຄົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ - ảnh 1ພິທີມອບຂໍ້ຕົກລົງ
(ພາບ: ຫວຽດຈູງ)

        ຕອນເຊົ້າວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີປະກາດ, ມອບຂໍ້ຕົກລົງຂອງປະທານປະເທດໃຫ້ນາຍທະຫານ 5 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ ທີ່ຢູ່ຄະນະປະຕິບັດງານປະຈຳ ສ.ອາຟະລິກາກາງ ແລະ ຊູດັງໃຕ້.

        ກ່າວຄຳເຫັນມອບໜ້າທີ່ທີ່ພິທີ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ, ສະເໜີໃຫ້ນາຍທະຫານ 5 ຄົນຕ້ອງເສີມຂະຫຍາຍ ມູນເຊື້ອຂອງກອງທັບ, ກຳລັງຮັກສາສັນຕິພາບ ຫວຽດນາມ, ປະກອບສ່ວນແຜ່ຂະຫຍາຍພາບພົດ, ປະເທດຊາດ ແລະ ຊາວ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ບົນເວທີສາກົນ. ພ້ອມກັນນັ້ນ, ຮັກສາ, ສ້າງທີ່ຕັ້ງ, ພາບພົດຂອງທະຫານ ຫວຽດນາມ ໃນຍຸກສະໄໝໃໝ່ໃນສາຍຕາຂອງປະຊາຊົນ, ອຳນາດການປົກຄອງປະເທດ ປະຈຳຖິ່ນ ແລະ ເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ