ມອບ​ຂໍ້​ຕົກ​ລົງ​ໃຫ້​ແກ່​ນາຍ​ທະ​ຫານ 7 ຄົນ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

(VOVWORLD) -ບັນດາການປະກອບສ່ວນຂອງກຳລັງປົກປັກຮັກສາສັນຕິພາບ ໄດ້ສ້າງຂີດໝາຍໃຫ້ແກ່ປະເທດ ຫວຽດນາມ ເວົ້າລວມ ແລະ ກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະ ບົນເວທີສາກົນ ໃນສະພາບແວດລ້ອມແຫ່ງການພົວພັນຕ່າງປະເທດຫຼາຍຝ່າຍ.
ມອບ​ຂໍ້​ຕົກ​ລົງ​ໃຫ້​ແກ່​ນາຍ​ທະ​ຫານ 7 ຄົນ ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ - ảnh 1ທ່ານ ພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄຳເຫັນທີ່ພິທີ (ພາບ: : VOV)

ຕອນເຊົ້າວັນທີ 7 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ ນາຍທະຫານ 7 ຄົນ ໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ຢູ່ Abbyei, ຊູດັງໃຕ້, ສາທາລະນະລັດ ອາຟະລິກາກາງ ແລະ ສະຫຼຸບອາຍຸການປະຕິບັດໜ້າທີ່ຂອງໜ່ວຍປະຕິບັດງານຂອງຄະນະປົກປັກຮັກສາສັນຕິພາບ ສາລະນະລັດ ອາຟະລິກາກາງ. ກ່າວຄຳເຫັນນະທີ່ນີ້, ທ່ານ ພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢັ້ງຢືນວ່າ: ບັນດາການປະກອບສ່ວນຂອງກຳລັງປົກປັກຮັກສາສັນຕິພາບ ໄດ້ສ້າງຂີດໝາຍໃຫ້ແກ່ປະເທດ ຫວຽດນາມ ເວົ້າລວມ ແລະ ກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະ ບົນເວທີສາກົນ ໃນສະພາບແວດລ້ອມແຫ່ງການພົວພັນຕ່າງປະເທດຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ