ມອບນາມມະຍົດ “ບໍລິສັດກົດໝາຍ ແລະ ທະນາຍຄວາມດີເດັ່ນ 2012”

ມອບນາມມະຍົດ “ບໍລິສັດກົດໝາຍ ແລະ ທະນາຍຄວາມດີເດັ່ນ 2012” - ảnh 1
ມອບ​ນາມມະຍົດ​ໃຫ້ “ບໍລິສັດ​ກົດໝາຍ ​ແລະ ທະນາຍຄວາມ​ດີ​ເດັ່ນ 2012”
( ພາບ: chinhphu.vn )

(vovworld) -     ຕອນ​ບ່າຍວັນ​ທີ 27/8, ຢູ່​ຮ່າ​ໂນ້ຍ, ໜັງສືພິມ​ກົດໝາຍ​ຫວຽດນາມ, ກະຊວງ​ຍຸດຕິ​ທຳ, ​ໄດ້​ຈັດ​ຕັ້ງ​ການ​ມອບ​ນາມມະຍົດ​ໃຫ້ “ບໍລິສັດ​ກົດໝາຍ ​ແລະ ທະນາຍຄວາມ​ດີ​ເດັ່ນ 2012”. ​ເຂົ້າ​ຮ່ວມ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc. ນີ້​ແມ່ນ​ເທື່ອ​ທີ 2 ທີ່ຫວຽດນາມ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ ​ແລະ ​ເຊີດ​ຊູ​ບັນດາ​ອົງການ​ດຳ​ເນີນ​ອາຊີບ​ທະນາຍຄວາມ, ທະນາຍຄວາມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິ​ດທິຜົນ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ບົດບາດ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ທະນາຍຄວາມ​ຫວຽດນາມ ​ໃນ​ການ​ປະຕິ​ຮູບ​ດ້ານ​ຕູ​ລາ​ການ, ສ້າງ​ລັດ​ແຫ່ງ​ນິຕິບັນຍັດ, ພັດທະນາ​ເສດຖະກິດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ກ່າວຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ເນັ້ນ​ໜັກ​ວ່າ ທະນາຍຄວາມ​ມີ​ບົດບາດ​ສຳຄັນ​ໃນ​ວຽກ​ງານ​ໂຄສະນາ, ​ເປັນທີ່​ປຶກສາ​ດ້ານ​ກົດໝາຍ​ໃຫ້​ແກ່​ປະຊາຊົນ ​ເພື່ອ​​ໃຫ້ປະຊາຊົນ​ແຕ່ລະຄົນ​ຮັບ​ຮູ້ ​ແລະ ປະຕິບັດ​ຖືກ​ຕ້ອງຕາມ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ. ທະນາຍຄວາມ ກໍ​ແມ່ນ​ພາກສ່ວນ​ທີ່​ສຳຄັນ​ໃນ​ວຽກ​ງານ​ປະຕິ​ຮູ​ບດ້ານ​ຕຸ​ລາ​ການ, ຍົກ​ສູງ​ຄຸນ​ນະພາ​ບ​ໃນ​ການ​ສືບສວນ, ສັງ​ຟ້ອງ, ພິພາກສາ​ຂອງ​ບັນດາ​ອົງການ​ຍຸດຕິ​ທຳ, ປົກ​ປ້ອງ​ຄວາມ​ຍຸດຕິ​ທຳ ​ແລະ ສິດຜົນປະ​ໂຫຍດທີ່ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຊົມ​ເຊີຍ​ກະຊວງ​ຍຸດຕິ​ທຳ, ໜັງສື​ພິມ​ກົດໝາຍ​ຫວຽດນາມ ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ນາມມະ​ຍົດບໍລິສັດ​ກົດໝາຍ ​ແລະ ທະນາຍຄວາມ​ດີ​ເດັ່ນ, ​​ເຊິ່ງແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ຕັ້ງໜ້າ ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ອາຊີບ​ທະນາຍຄວາມ​ຮອດ​ປີ 2020.

ຂ່າວ/ບົດ​ອື່ນ