ທ່ານ ດິງເທ໋ຮິງ ໄດ້ເຂົ້າຮ່ວມພິທີມອບລາງວັນ
(ພາບ: DƯƠNG HÒA)
|
(vovworld) – ຕອນຄ່ຳວັນທີ 13/5, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງໄດ້ຈັດຕັ້ງພິທີມອບລາງວັນການຂຽນ, ໂຄສະນາບັນດາບົດຂຽນວັນນະຄະດີ, ສິລະປະ ແລະ ໜັງສືພິມດ້ວຍຫົວຂໍ້ວ່າ “ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ” ຄັ້ງທີ 2 ປີ 2015. ເຂົ້າຮ່ວມພິທີມອບລາງວັນມີທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານ ດິງເທ໋ຮີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ.
ຄະນະຈັດຕັ້ງໄດ້ມອບ 11 ລາງວັນ A, 59 ລາງວັນ B, 87 ລາງວັນ C ແລະ 81 ລາງວັນຊົມເຊີຍໃຫ້ບັນດາບົດເສັງ. ກ່າວຄຳເຫັນທີ່ພິທີ, ທ່ານ ດິງເທ໋ຮີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຢັ້ງຢືນວ່າ:
“ດ້ວຍຄວາມສຸດຈິດສຸດໃຈ, ຄວາມສາມາດທີ່ມີຫົວຄິດປະດິດສ້າງຂອງຕົນ, ບັນດານັກສິລະປິນ, ນັກຂ່າວ, ພະນັກງານໂຄສະນາ ໄດ້ແຕ່ງບັນດາບົດຂຽນທີ່ມີຄຸນຄ່າ. ການເສັງໄດ້ປະກອບສ່ວນແທດຈິງເຂົ້າໃນການຜັນຂະຫຍາຍການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ ແລະ ໂຄສະນາບັນດາຮູບແບບໃນໝູ່ຄະນະ ແລະ ສ່ວນບຸກຄົນ, ບັນດາແບບຢ່າງວຽກດີຄົນເດັ່ນ, ບັນດາວິທີເຮັດທີ່ດີ, ມີຫົວຄິດປະດິດສ້າງໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ.”