ມອບລາງວັນການເສັງຂຽນ “ພົນລະເມືອງແບບຢ່າງ - ໝູ່ຄະນະແບບຢ່າງປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ”

ມອບລາງວັນການເສັງຂຽນ “ພົນລະເມືອງແບບຢ່າງ - ໝູ່ຄະນະແບບຢ່າງປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ” - ảnh 1
ພິ​ທີມອບລາງວັນການເສັງຂຽນ
(ພາບ: TTXVN)


(vovworld) - ​ເນື່ອງ​ໃນ​ໂອ​ກາດ 70 ປີ​ແຫ່ງວັນ​​​ປະ​ທານ​ໂຮ່​ຈິ​ມິນ ​ໄປ​ຢ້ຽມ​ຢາມ​ແຂວ​ງ​ແທງ​ຮ໋ວາ ເປັນ​ຄັ້ງ​ທຳ​ອິດ (20/02/1947 – 20/02/2017), ວັນ​ທີ 19/02, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ແຂວງ ແທງ​ຮ໋​ວາ ໄດ້​ຈັດ​ພິ​ທີ​ສະ​ຫຼຸບ ແລະ ມອບ​ລາງວັນ​ການ​ເສັງ​ຂຽນ “ພົນ​ລະ​ເມືອງທີ່​ເປັນ​ແບບ​ຢ່າງ - ໝູ່​ຄະ​ນະ​​ທີ່​ເປັນແບບ​ຢ່າງ​​ໃນ​ການປະ​ຕ​ິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ”. ພາຍ​ຫຼັງ​​ການປຸກ​ລະ​ດົມ​​ມາເປັນ​ເວ​ລາ 7 ເດືອນ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບບົດ​ເສັງ​ເກືອບ 100 ບົດ, ໃນ​ນັ້ນ​ເກືອບ 50 ບົດ​ໄດ້ຮັບ​ຄັດ​ເລ​ືອກ​ລົງ​ພິມ​ໃນ​ບັ​ນ​ດາ​ສື່​ສິ່ງ​ພິມ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ພາຍ​ໃນ​ແຂວງ, ໄດ້​ຊີ້​ແຈ​້ງ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​, ຄຸນ​ສົມ​ບັດ​, ວິ​ຖີ​ຊີ​ວິດຂອງ​ປະ​ທານ​ໂຮ່​ຈິ​ມິນ. ຄະ​ນະ​ຈັດ​ຕັ້ງ​ໄດ້ຄັດ​ເລືອກ​ເອົາ​ບົດ​ຂຽນ 29 ບົດ​​ເພື່ອມອບ​ລາງວັນ​ເຊິ່ງ​ລວມ​ມີ: ລາງວັນ A 2 ລາງວັນ; ລາງວັນ B 6 ລາງວັນ; ລາງວັນ C 10 ລາງວັນ ແລະ ລາງວັນ​ຊົມ​ເຊີຍ 11 ລາງວັນ.

ຂ່າວ/ບົດ​ອື່ນ