ມອບລາງວັນການເສັງປະລະໄນ “ຊອກຮູ້ 90 ປີແຫ່ງວັນປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມ”
(VOVWORLD) - ພິທີມອບລາງວັນການເສັງປະລະໄນ “ຊອກຮູ້ 90 ປີແຫ່ງວັນປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມ” ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 16 ພະຈິກ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ໂດຍຄະນະໂຄສະນາສຶກສາສູນກາງພັກຈັດຕັ້ງ.
ການເສັງປະລະໄນຊອກຮູ້ “90 ປີແຫ່ງວັນປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມ” ເຊິ່ງໄດ້ປຸກລະດົມມາແຕ່ວັນທີ 22 ສິງຫາ 2019, ປັດຈຸບັນໄດ້ກ້າວເຂົ້າສູ່ອາທິດທີ 11ແລະ ມີຄົນເຂົ້າຮ່ວມການເສັງກ່ວາ 1,8 ລ້ານເທື່ອຄົນ.
ພິທີມອບລາງວັນການເສັງປະລະໄນ (ພາບ: dangcongsan.vn) |
ພາຍຫລັງ 11 ອາທິດ, ຄະນະຈັດຕັ້ງໄດ້ເລືອກ ແລະ ມອບລາງວັນທີໜຶ່ງ 11 ລາງວັນ, ລາງວັນທີສອງ 22 ລາງວັນ ແລະ ມີຫລາຍລາງທີວັນສາມ, ລາງວັນຊົມເຊີຍ. ຈຸດພົ້ນເດັ່ນຂອງການເສັງ ບໍ່ພຽງແຕ່ມີພະນັກງານ, ສະມາຊິກພັກ ແລະ ປະຊາຊົນເປັນຈຳນວນຫລວງຫລາຍຢູ່ພາຍໃນປະເທດເຂົ້າຮ່ວມເທົ່ານັ້ນ ຫາກຍັງດຶງດູດຄວາມສົນໃຈຂອງເພື່ອນມິດສາກົນຄື ລາວ, ກຳປູເຈຍ ຕື່ມອີກ.