ມອບລາງວັນການເສັງຫົວຄິດປະດິດສ້າງເລີ່ມທຸລະກິດສຳລັບນັກສຶກສາ
ມອບລາງວັນການເສັງຫົວຄິດປະດິດສ້າງເລີ່ມທຸລະກິດສຳລັບນັກສຶກສາ
(vovworld) - ຕອນຄ່ຳວັນທີ 18/03, ຢູ່ຮ່າໂນ້ຍ, ໄດ້ດຳເນີນຮອບຊິງຊະນະເລີດ ແລະ ມອບລາງວັນໃຫ້ການເສັງແນວຄວາມຄິດຫົວຄິດປະດິດສ້າງເລີ່ມທຸລະກິດສຳລັບນັກສຶກສາ “Start – up Student Ideas” ຄັ້ງທີ 1 ປີ 2016.
ພາຍຫລັງການປຸກລະດົມ ແລະ ຜັນຂະຫຍາຍໃນທົ່ວປະເທດເປັນເວລາ 5 ເດືອນ, ນັບຈາກແນວຄວາມຄິດ 570 ຢ່າງທີ່ເຂົ້າຮ່ວມການເສັງ, ຄະນະຈັດຕັ້ງການເສັງຫົວຄິດປະດິດສ້າງເລີ່ມທຸລະກິດນັກສຶກສາ ໄດ້ເລືອກເອົາ 15 ກຸ່ມນັກສຶກສາດ້ວຍ 15 ແນວຄວາມຄິດເລີ່ມທຸລະກິດດີເດັ່ນທີ່ສຸດ , ທີ່ເປັນຕົວແທນໃຫ້ນ້ຳໃຈເລີ່ມທຸລະກິດ, ຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງນັກສຶກສາ ຫວຽດນາມ ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຮອບຊິງຊະນະເລີດ. ອ້າຍ ຫງວຽນມີງຈ໋ຽດ ຫົວໜ້າຄະນະຊາວໜຸ່ມໂຮງຮຽນ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ຮູ້ວ່າ:
“ສາມາດເຫັນໄດ້ ບັນດາຄາດໝາຍທີ່ວາງອອກໃນເບື້ອງຕົ້ນຂອງຄະນະເລຂາສູນກາງສະມາຄົມ ການເສັງບັນລຸໄດ້ບັນດາຜົນງານທີ່ໜ້າສົ່ງເສີມ 600 ແນວຄວາມຄິດເຂົ້າຮ່ວມການເສັງໃນຄັ້ງນີ້ ພ້ອມກັບການຕີລາຄາຂອງຄະນະກຳມະການ, ບັນດາກອງທຶນ, ນັກລົງທຶນແມ່ນກາລະໂອກາດ ເພື່ອໃຫ້ນັກສຶກສາກຳແໜ້ນຄວາມຮຽກຮ້ອງຕ້ອງການ, ຈຸດດີຈຸດອ່ອນ ເພື່ອໜູນຊ່ວຍນັກສຶກສາ. ພວກຂ້າພະເຈົ້າຈະສືບຕໍ່ຊອກຫາ, ທາບທາມບັນດາຮູບແບບຕື່ມອີກ ເພື່ອໜູນຊ່ວຍນັກສຶກສາເລີ່ມທຸລະກິດໃນພາກພື້ນ ແລະ ໂລກ. ຜ່ານການເສັງ ສະມາຄົມນັກສຶກສາປາດຖະໜາວ່າສະມາຄົມນັກສຶກສາທຸກຂັ້ນ, ສະມາຄົມນັກສຶກສາ ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບນັກສຶກສາໃນການເລີ່ມທຸລະກິດ”.