ມອບລາງວັນວັດທະນະທຳຟານເຈົາຈິງຄັ້ງທີ9
ສາດສະດາຈານ ຈິ້ງຊວນທ້ວນ
(ພາບອິນເຕີແນັດ)
(vovworld) - ຕອນຄ່ຳວັນທີ 24/03 ຢູ່ນະຄອນ ໂຮ່ຈີມິນ, ກອງທຶນວັດທະນະທຳຟານເຈົາຈິງ ໄດ້ຈັດຕັ້ງພິທີມອບລາງວັນວັດທະນະທຳ ຟານເຈົາຈິງ ຄັ້ງທີ 9 - ປີ 2016 ເພື່ອແນໃສ່ເຊີດຊູບັນດາບຸກຄົນທີ່ດີເດັ່ນ ໄດ້ ແລະ ພວມມີຄວາມມານະພະຍາຍາມບໍ່ຮູ້ອິດບໍ່ຮູ້ເມື່ອຍໃຫ້ແກ່ພາລະກິດປ່ຽນໃໝ່ວັດທະນະທຳ ແລະ ການສຶກສາ ຫວຽດນາມ. ປີນີ້, ລາງວັນເພື່ອພາລະກິດວັດທະນະທຳ - ການສຶກສາໄດ້ມອບໃຫ້ບຸກຄົນມີ 2 ທ່ານ ເຊັ່ນແມ່ນ ສາດສະດາຈານ ຈິ້ງຊວນທ້ວນ ແລະ ສາດສະດາຈານ Pierre Darriulat (ນັກຟີຊິກສາດຊາວ ຝະລັ່ງ). ລາງວັນສຳລັບການແປພາສາຕົກເປັນຂອງທ່ານສາດສະດາຈານ ດ່າວຮືວຢຸງ ດ້ວຍບັນດາກິດຈະກຳແປພາສາບັນດາບົດປະພັນດ້ານປະຫວັດສາດ ແລະ ວັດທະນະທຳທີ່ມີຊື່ສຽງຂອງ ຍີ່ປຸ່ນ ມາເປັນພາສາ ຫວຽດນາມ. ສາດສະດາຈານ ດ່າວຮືວຢຸງ ຜູ້ທີ່ໄດ້ຮັບລາງວັນແປພາສາບັນດາບົດປະພັນດ້ານປະຫວັດສາດ ແລະ ວັດທະນະທຳທີ່ມີຊື່ສຽງຂອງ ຍີ່ປຸນ ມາເປັນພາສາ ຫວຽດນາມ ໃຫ້ຮູ້ວ່າ:
“ມື້ນີ້ໄດ້ຮັບລາງວັນດັ່ງກ່າວ, ກ່ອນອື່ນໝົດ ນັ້ນແມ່ນການສົ່ງເສີມລະດົມກຳລັງໃຈ ແລະ ນັ້ນກໍ່ແມ່ນການຍອມຮັບບັນດາການອຸທິດສ່ວນ, ບັນດາວຽກງານຂ້າພະເຈົ້າໄດ້ເຮັດ ແລະ ຕິດຕາມໃນຕະຫລອດ 20 ປີຜ່ານມາ. ຂ້າພະເຈົ້າເຫັນວ່າ ວຽກທີ່ຕົນເອງເຮັດໄດ້ແມ່ນ ມີຄວາມໝາຍ. ສິ່ງນີ້ ຈະກະຕຸກຊຸກຍູ້ໃຫ້ຂ້າພະເຈົ້າພະຍາຍາມໃນອະນາຄົດກ່ວາອີກ”.