ມອບລາງວັນອາສາສະໝັກລະດັບຊາດ 2018

(VOVWORLD) -  ເພື່ອສະເຫຼີມສະຫຼອງວັນອາສາສະໝັກສາກົນ (05/12), ວັນທີ 01 ທັນວາ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບໂຄງການອາສາສະໜັກສະຫະປະຊາຊາດ ຈັດຕັ້ງວັນບຸນອາສາສະໝັກລະດັບຊາດ ແລະ ມອບລາງວັນອາສາສະໝັກລະດັບຊາດ 2018.
ມອບລາງວັນອາສາສະໝັກລະດັບຊາດ 2018 - ảnh 1ພິທີມອບລາງວັນອາສາສະໝັກລະດັບຊາດ 2018 (ພາບ: TTXVN)

        ວັນບຸນອາສາສະໝັກລະດັບຊາດໄດ້ມີການເຂົ້າຮ່ວມຂອງນັກອາສາສະໝັກທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ມີຄວາມໝາຍຄື: ການຍ່າງຂອງສະມາຊິກຊາວໜຸ່ມ, ໄວໜຸ່ມ ແລະ ນັກອາສາສະໝັກ ເພື່ອແນໃສ່ໂຄສະນາກ່ຽວກັບວັນອາສາສະໝັກສາກົນ ແລະ ສ້າງກອງທຶນສະໜັບສະໜູນນັກຮຽນຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາແຂວງເຂດພູດອຍທາງພາກເໜືອ; ງານວາງສະແດງຮູບຖ່າຍອາສາສະໝັກ…ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາອົງການ, ສ່ວນບຸກຄົນໄດ້ພົບປະແລກປ່ຽນ ແລະ ແບ່ງປັນບົດຮຽນໃນຂົງເຂດອາສາສະໝັກ

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບລາງວັນອາສາສະໝັກລະດັບຊາດ 2018 ໃຫ້ໝູ່ຄະນະ 8 ໝູ່ຄະນະ, ບຸກຄົນ 10 ຄົນ ແລະ ມອບໃບຍ້ອງຍໍໃຫ້ 20 ສະໂມສອນ, ທິມງານ, ກຸ່ມອາສາສະໝັກທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານອາສາສະໝັກເພື່ອປະຊາຄົມປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ