ພິທີມອບລາງວັນໂຮ່ຈີມິນ ແລະ ລາງວັນແຫ່ງລັດ
ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ
(vovworld) - ຕອນຄ່ຳວັນທີ 15/01 ຢູ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຕັ້ງພິທີມອບລາງວັນ ໂຮ່ຈີມິນ ແລະ ລາງວັນແຫ່ງລັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ. ມີ 9 ກິດຈະການ, ກຸ່ມກິດຈະການໄດ້ຮັບລາງວັນ ໂຮ່ຈີມິນ; 7 ກິດຈະການ, ກຸ່ມກິດຈະການໄດ້ຮັບລາງວັນແຫ່ງລັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີ ໃນພິທີມອບລາງວັນຄັ້ງທີ 5 ນີ້.
ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີແມ່ນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ. ພ້ອມກັບການສຶກສາ, ກໍ່ສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນກຳລັງໜູນພັດທະນາເສດຖະກິດ - ສັງຄົມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ:
“ຊົນຊາດ ຫວຽດນາມ ມີມູນເຊື້ອມັກຮຽນ, ສະຫລາດສະຫລຽວ, ມີຫົວຄິດປະດິດສ້າງ. ຖັນແຖວພະນັກງານວິທະຍາສາດ ແລະ ເຕັກໂນໂລຢີຄວນຮັບຮູ້ຢ່າງເລິກເຊິ່ງຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ປະເທດຊາດ, ຊົນຊາດ, ສືບຕໍ່ສືບທອດ, ເສີມຂະຫຍາຍມູນເຊື້ອມັກຮຽນ, ສະຫລາດສະຫລຽວ, ມີຫົວຄິດປະດິດສ້າງຂອງລຸ້ນກ່ອນ, ມານະພະຍາຍາມສູ້ຊົນ, ບືນຕົວຂຶ້ນສູ່ລະດັບວິທະຍາສາດ ແລະ ເຕັກໂນໂລຢີກ້ວາໜ້າຢູ່ພາກພື້ນ ແລະ ໂລກ, ປະກອບສ່ວນນຳປະເທດຊາດພັດທະນາວ່ອງໄວ, ໝັ້ນຄົງ, ທຽບທັນກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບ ຄືດັ່ງຄວາມ ມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ.”