ມອບລາງວັນໃຫ້9ບົດປະພັນກ່ຽວກັບທະນາຍຄວາມແລະອາຊີບທະນາຍຄວາມຫວຽດນາມປີ2015

ມອບລາງວັນໃຫ້9ບົດປະພັນກ່ຽວກັບທະນາຍຄວາມແລະອາຊີບທະນາຍຄວາມຫວຽດນາມປີ2015 - ảnh 1
(ພາບປະກອບ)

(vovworld) – ​​ ຕອນ​ຄ່ຳ​ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ນັກ​ທະນາຍຄວາມ ຫວຽດນາມ ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ໃຫ້ການ​ເສັງ​ປະດິດ​ຄິດ​​ແຕ່ງ​ບົດ​ເພງ, ບົດ​ກະວີ, ບົດ​ປະພັນວັນນະຄະດີ​ກ່ຽວ​ກັບ​ທະນາຍຄວາມ ​ແລະ ອາຊີ​ບທະນາຍຄວາມ ຫວຽດນາມ ປີ 2015. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ນັກ​ທະນາຍຄວາມ ຫວຽດນາມ (10/10/1945 – 10/10/2015). ​ໂດຍ​ຜ່ານ​ການ​ປຸກລະດົມ​ເປັນ​ເວລາ 6 ​ເດືອນ (​ແຕ່​ເດືອນ 3 – 9/2015), ຄະນະ​ຈັດ​ຕັ້ງ​ການ​ເສັງ​ໄດ້​ຮັບ​ບົດ​​ເພງ 34 ບົດ, ບົດ​ກະວີ 183 ບົດ ​ແລະ ບົດ​ປະພັນວັນນະຄະດີ​ 37 ບົດ. ສິ້ນ​ສຸດ​ການ​ເສັງ, ມີ 9 ບົດ​ປະພັນ​ໄດ້​ຮັບ​ລາງວັນ. ຕາ​ມການ​ຕີ​ລາຄາ​ຂອງ​ຄະນະ​ຈັດ​ຕັ້ງ, ບັນດາ​ບົດ​ປະພັນ​ທີ່​ຍາດ​ໄດ້​ລາງວັນ​ແມ່ນມີ​ເນື້ອ​ໃນ​ສຸມ​ໃສ່​ສ່​ອງ​ແສງ, ອາຊີບ​ທະນາຍຄວາມ, ສ່ອງ​ແສງ​​ຊີວິດ​ກົດໝາຍອຸດົມສົມ​ບູນ ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ທະນາຍຄວາມ​​.

 

 

 

ຂ່າວ/ບົດ​ອື່ນ