ມອບສິດໃຫ້ຄົນພິການ,ຮັບປະກັນການເຊື່ອມຕົວແລະຄວາມສະເໝີພາບ

(VOVWORLD) -ມີຄົນພິການນັບຫຼາຍຮ້ອຍໄດ້ເຂົ້າຮ່ວມງານຊຸມນຸມມິດຕິງເນື່ອງໃນໂອກາດວັນຄົນພິການສາກົນ (03 ທັນວາ) ໂດຍຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການຫວຽດນາມ ສົມທົບກັບສະມາຄົມຄົນພິການນະຄອນຮ່າໂນ້ຍ ຈັດຕັ້ງໃນວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ.

ມອບສິດໃຫ້ຄົນພິການ,ຮັບປະກັນການເຊື່ອມຕົວແລະຄວາມສະເໝີພາບ - ảnh 1 ງານຊຸມນຸມມິດຕິງເນື່ອງໃນໂອກາດວັນຄົນພິການສາກົນ

(ພາບ: VTV1)

ຫົວຂໍ້ຂອງວັນຄົນພິການສາກົນປີນີ້ແມ່ນ “ມອບສິດໃຫ້ຄົນພິການ, ຮັບປະກັນການເຊື່ອມຕົວ ແລະ ຄວາມສະເໝີພາບ”, ໂດຍສຸມໃສ່ການມອບສິດໃຫ້ຄົນພິການພັດທະນາ ແລະ ເຊື່ອມໂຍງ, ມີຄວາມຍຸຕິທຳ ແລະ ໝັ້ນຄົງ ເຊິ່ງໄດ້ວາງອອກໃນໂຄງການພັດທະນາແບບຍືນຍົງ 2030 ດ້ວຍຄຳໝັ້ນສັນຍາວ່າ “ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນໂຮ່ຍ, ຫົວໜ້າກົມອຸປະກາລະສັງຄົມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ເນັ້ນໜັກວ່າ.

        “ມື້ນີ້, ພວກເຮົາຮ່ວມເດີນທາງພ້ອມກັບຄົນພິການ ດ້ວຍນ້ຳໃຈ, ໜ້າທີ່ຮັບຜິດຊອບ, ການແບ່ງປັນ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບຄົນພິການ. ສືບຕໍ່ປະຕິບັດສິ່ງທີ່ດີງາມກັບຄົນພິການໃຫ້ຫຼາຍກວ່າອີກ ເພື່ອໃຫ້ບັນດາຂໍ້ກຳນົດກ່ຽວກັບສິດຂອງຄົນພິການໄດ້ປະຕິບັດເຂົ້າໃນຊີວິດໃຫ້ນັບມື້ນັບດີກວ່າ. ພວກເຮົາຈະສືບຕໍ່ມີສຽງເວົ້າ, ມີການປະກອບສ່ວນ, ຂໍ້ລິເລີ່ມ, ບັນດາມາດຕະການທີ່ເໝາສົມຕື່ມອີກ ເພື່ອຊຸກຍູ້ບັນດາການເຄື່ອນໄຫວໜູນຊ່ວຍໃຫ້ແກ່ຄົນພິການຢູ່ຫວຽດນາມ ຕາມການກຳນົດທິດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບຄົນພິການ.”

ຕອບກັບ

ຂ່າວ/ບົດ​ອື່ນ