ມອບ​ສິດ​ໃຫ້​ແກ່​ແມ​່ຍິງຫຼາຍ​ກ່​ວາ​ອີກ ເພື່ອ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ​ທີ່​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ສະພານັກທຸລະກິດຍິງ ຫວຽດນາມ ສັງກັດ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ສົມທົບກັບອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ແລະ ຄະນະປະຕິບັດງານ ສະຫະພາບເອີລົບປະຈຳ ຫວຽດນາມ ຈັດຕັ້ງເວທີປາໄສ ນັກທຸລະກິດ ຍິງ ຫວຽດນາມ 2020 ດ້ວຍຫົວຂໍ້ວ່າ “ສັ່ນກະດິ່ງເພື່ອພື້ນຖານເສດຖະກິດວັດທະນາຖາວອນ ແລະ ຍືນຍົງ”.
ມອບ​ສິດ​ໃຫ້​ແກ່​ແມ​່ຍິງຫຼາຍ​ກ່​ວາ​ອີກ ເພື່ອ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ​ທີ່​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ເວທີປາໄສ ນັກທຸລະກິດ ຍິງ ຫວຽດນາມ 2020 ດ້ວຍຫົວຂໍ້ວ່າ “ສັ່ນກະດິ່ງເພື່ອພື້ນຖານເສດຖະກິດວັດທະນາຖາວອນ ແລະ ຍືນຍົງ” (ພາບ: truyenthongkhoahoc.vn)

ພິທີ “ສັ່ນກະດິ່ງເພື່ອພື້ນຖານເສດຖະກິດວັດທະນາຖາວອນ ແລະ ຍືນຍົງ” ແມ່ນຂໍ້ລິເລີ່ມຂອງ ຫ້ອງການການຄ້າ ອຸດສາຫະກຳ VCCI, ສະພານັກທຸລະກິດຍິງ, UN Women ແລະ ຄະນະປະຕິບັດງານ ສະຫະພາບ ເອີລົບ ປະຈຳ ຫວຽດນາມ ເພື່ອແນໃສ່ຮຽກຮ້ອງໃຫ້ ວິສາຫະກິດຮ່ວມແຮງຮ່ວມໃຈຊຸກຍູ້ພາກເອກະຊົນ ໃນການປະຕິບັດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ Elisa Fernandez Saenz, ຫົວໜ້າຜູ້ຕາງໜ້າ UN Women ປະຈຳຫວຽດນາມ, ໃຫ້ຮູ້ວ່າ ພົນລະເມືອງເຄິ່ງໜຶ່ງ ຂອງໂລກແມ່ນ ແມ່ຍິງ. ດັ່ງນັ້ນ, ໃນພື້ນຖານເສດຖະກິຖ້າດບໍ່ຂຸດຄົ້ນກຳລັງຄວາມສາມາດຂອງແມ່ຍິງໄດ້ຈົນໝົດນັ້ນ ໝາຍຄວາມວ່າ ຈະສິ້ນເປືອງ ແຫຼ່ງຊັບພະຍາກອນມະນຸດໄປເຄິ່ງໜຶ່ງ. ໝູນໃຊ້ຄວາມສາມາດບົ່ມຊ້ອນຂອງແມ່ຍິງໄດ້ຢ່າງຄົບຖ້ວນນັ້ນ ເມື່ອເຂົ້າຮ່ວມເສດຖະກິດ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງສັງຄົມເທົ່ານັ້ນ ແຕ່ຍັງແມ່ນເລື່ອງດີທີ່ສຸດສຳລັບດ້ານເສດຖະກິດອີກດ້ວຍ.

ສ່ວນທ່ານ Jesus Laviua, ຮອງຫົວໜ້າຄະນະຮ່ວມມື, ຄະນະປະຕິບັດງານສະຫະພາບ ເອີລົບປະຈຳຫວຽດນາມໃຫ້ຮູ້ວ່າ: ຜ່ານເວທີປາໄສແມ່ນເພື່ອແນໃສ່ຖ່າຍທອດສານທີ່ວ່າ ສະຫະພາບເອີລົບໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາປະເທດຄູ່ຮ່ວມມື ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຫວັງວ່າ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍຈະປະກອບສ່ວນສ້າງຄວາມວັດທະນາຖາວອນໃຫ້ແກ່ ຫວຽດນາມ.

ທີ່ເວທີປາໄສ, ບັນດາຜູ້ແທນພາຍໃນ ແລະ ຕ່າງປະເທດໄດ້ແລກປ່ຽນ, ປຶກສາຫາລື, ແບ່ງປັນ ແລະ ຢັ້ງຢືນວ່າ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍແມ່ນພື້ນຖານຢ່າງໝັ້ນຄົງຂອງການພັດທະນາວັດທະນາຖາວອນ ແລະ ຍືນຍົງຂອງບັນດາວິສາຫະກິດ ເວົ້າສະເພາະ ແລະ ພື້ນຖານເສດຖະກິດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ