ທ່ານ Franz Jessen, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າ ສະຫະພາບເອີລົບ ປະຈຳຫວຽດນາມ
ພາບ:dantri
|
(vovworld)- ວັນທີ15 /7, ລັດຖະມົນຕີວ່າການກະຊວງສາທາລະນະສຸກຫວຽດນາມ ໄດ້ມອບຫລຽນກາທີ່ລະນຶກເພື່ອສຸຂະພາບປະຊາຊົນ ໃຫ້ທ່ານ Franz Jessen, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າ ສະຫະພາບເອີລົບ(ອີຢູ) ຫາກໍສິ້ນສຸດອາຍຸການວຽກງານຢູ່ຫວຽດນາມ. ໃນອາຍຸການນີ້, ທ່ານໄດ້ມີການປະກອບສ່ວນຕັ້ງຫນ້າຫລາຍຢ່າງໃຫ້ແກ່ການພັດທະນາການພົວພັນອັນດີງາມລະຫວ່າງ ອີຢູ ແລະ ຫວຽດນາມ. ພິເສດ ໃນຂົງເຂດສາທາລະນະສຸກ, ມີບົດບາດສຳຄັນເພື່ອໃຫ້ ອີຢູ ຕົກລົງຫນູນຊ່ວຍ 114 ລ້ານ ເອີໂຣ ຊ່ວຍຫວຽດນາມ ໃນໂຄງການຫນູນຊ່ວຍງົບປະມານໃຫ້ຂະແຫນງສາທາລະນະສຸກ ດ້ວຍຈຸດປະສົງປະຕິຮູບຂະແຫນງສາທາລະນະສຸກໄລຍະ 2015-2017.