ມອບຫລຽນກາທີ່ລະນຶກ”ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາຊາດ”ໃຫ້ທ່ານເອກອັກຄະລັດຖະທູດອິນໂດເນເຊຍ

ມອບຫລຽນກາທີ່ລະນຶກ”ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາຊາດ”ໃຫ້ທ່ານເອກອັກຄະລັດຖະທູດອິນໂດເນເຊຍ - ảnh 1
ທ່ານ Mayerfas ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ​
ປະ​ຈຳ​ຫວຽດ​ນາມ
ພາບ:dangcongsan.vn
(vovworld)-​ ວັນ​ທີ 25/1 ຢູ່  ຮ່າ​ໂນ້ຍ, ທ່ານ ຫວູ​ຊວນ​ຮົ່ງ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ມອບ​ຫລຽນ​ກາ​ທີ່​ລະ​ນ​ຶກ “ເພື່​ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ຊາດ” ໃຫ້​ທ່ານ​ Mayerfas ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ຍ້ອນ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ຫນ້າ​ຫລາຍ​ຢ່າງ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ. ໃນ​ອາ​ຍຸ​ການ​ການ​ທູດ​ຢູ່ ຫວຽດ​ນາມຂອງ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ​ Mayerfas, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມແລະ ອິນ​ໂດ​ເນ​ເຊຍ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ເປັນ​ຫນ້າ​ຮັບ​ຮູ້. ວັນ​ທີ 27/6/2013, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໄດ້​ຍົກ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ. ສອງ​ປະ​ເທດ ໄດ້​ລົງ​ນາມ​ໃນ ສັນ​ຍາ ແລະ ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ກວ່າ 30 ​ສະ​ບັບ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ Mayerfas ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ ບໍ່​ວ່າ​ໃນ​ຖາ​ນະ​ຕຳ​ແຫນ່ງ​ໃດ ທ່ານ​ຈະ​ສືບ​ຕໍ່​ມີ​ການ​ປະ​ກອບ​ສ​່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ