ພິທີມອບຫຼຽນກາມິດຕະພາບຂອງປະທານປະເທດ
ຫວຽດນາມ ໃຫ້ທ່ານ Edward Danielraj Selvanayagam
(ພາບ: TTXVN)
(vovworld) – ວັນທີ 23/9, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈັດຕັ້ງພິທີມອບຫຼຽນກາມິດຕະພາບຂອງປະທານປະເທດ ຫວຽດນາມ ໃຫ້ທ່ານ Edward Danielraj Selvanayagam, ອະດີດຫົວໜ້າຜູ້ຕາງໜ້າຂອງອົງການຈັດຕັ້ງ World Vision International (WVI) ປະຈຳ ຫວຽດນາມ. ລາງວັນນີ້ ເພື່ອແນໃສ່ຮອງຮັບບັນດາການປະກອບສ່ວນຂອງທ່ານ Edward Danielraj Selvanayagam ເຂົ້າໃນພາລະກິດລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຂອງ ຫວຽດນາມ, ໂດຍຜ່ານການປະຕິບັດບັນດາແຜນ, ໂຄງການຊ່ວຍການປົວແປງຄຸນນະພາບຊີວິດການເປັນຢູ່ຂອງເດັກ ແລະ ປະຊາຄົມ. ກ່າວຄຳເຫັນທີ່ພິທີ, ທ່ານ Edward Danielraj Selvanayagam ສະແດງຄວາມພາກພູນໃຈເມື່ອໄດ້ຮັບລາງວັນສູງສົ່ງຂອງປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ; ຢືນຢັນການພົວພັນຮ່ວມມືລະຫວ່າງ ຫວຽດນາມ, WVI, ບັນດາອົງການຈັດຕັ້ງມະນຸດສະທຳສາກົນ ແລະ ບັນດານັກອຸປະຖຳຈະນັບມື້ນັບແໜ້ນແຟ້ນ, ສືບຕໍ່ປະກອບສ່ວນເຂົ້າໃນການຊ່ວຍເຫຼືອໃຫ້ເດັກທີ່ປະສົມກັບຄວາມຫຍຸ້ງຍາກເປັນພິເສດ ແລະ ປະຊາຄົມຫລາຍກ່ວາອີກ.