ມອບຫຼຽນກາລະນຶກໃຫ້ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ

ມອບຫຼຽນກາລະນຶກໃຫ້ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ - ảnh 1
ພິທີ​ ມອບ​ຫຼຽນ​ກາລະ​ນຶກປົກ​ປັກ​ຮັກສາຄວາມ​ສະຫງົບ​ປະ​ເທດ​
ຊາດ​ ໃຫ້​ພະນັກງານກະຊວງປ້ອງ​ກັນ​ຄວາມ​ສະຫງົບ ລາວ ​
(ພາບ: nguyentandung.org)

(vovworld) – ​    ​​​​ກ່າວ​ຄຳ​ເຫັນ​ທີ່​ພິທີ​ ມອບ​ຫຼຽນ​ກາລະ​ນຶກປົກ​ປັກ​ຮັກສາຄວາມ​ສະຫງົບ​ປະ​ເທດ​ຊາດ​ ໃຫ້​ພະນັກງານ ​ອົງການ​ຕາງໜ້າ​ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ປະຈຳ​ ຫວຽດນາມ ທີ່ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 14/9, ທ່ານ​ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫລວດ ຫວຽດນາມ, ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນຂອງ​ອົງການ​ຕາງໜ້າ​ກະຊວງ​ປ້​ອງກັນ​ຄວາມ​ສະຫງົບ ລາວ ປະຈຳ​ຫວຽດນາມ ​ໃນ​ອາຍຸ​ການ​ຜ່ານ​ມາ​. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ​ໂຕ​ເລີມ ປາດ​ຖະໜາ​ວ່າ: ອົງກາ​ນຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ປະຈຳ ຫວຽດນາມ ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກົມ​ກອງຂອງ​ກະຊວງ​ຕຳຫລວດ ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, ລັດ ​ແລະ ປະຊາຊົນ 2 ປະ​ເທດ​ເວົ້າ​ລວມ, ລະຫວ່າງ​ກຳລັງ​ຕຳຫລວດ 2 ປະ​ເທດ​ເວົ້າ​ສະ​ເພາະ​ເລິກ​ເຊິ່ງກ່ວາອີກ; ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັບປະກັນ​ຄວາມ​ເປັນ​ລະ​ບຽນ​ຮຽບຮ້ອຍ, ຄວາມ​ສະຫງົບ​ປອດ​ໄພ​ທາງ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ