ມອບຫຼຽນໄຊຂອງລັດລາວໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນຄະນະ ສາສະໜາລັດຖະບານ

ມອບຫຼຽນໄຊຂອງລັດລາວໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນຄະນະ ສາສະໜາລັດຖະບານ - ảnh 1

(ພາບປະກອບ)

( vovworld ) – ​ຕອນ​ເຊົ້າວັນ​ທີ 14/8, ​ພິທີມອບ​ຫຼຽນ​ໄຊອັນ​ສູງ​ສົ່ງ​ຂອງ​ລັດ​ ສປປ ລາວ ​ໃຫ້​ແກ່​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ຄະນະ​ສາສະໜາ​ລັດຖະບານຫວຽດນາມ ​ໄດ້​ຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ. ທີ່​ພິທີ, ທ່ານ ພັນ​ດວງ​ຈິດ ວົງສາ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ມອບ​ຫຼຽນ​ໄຊ​ອິດສະຫຼະຊັ້ນ 2 ​ໃຫ້​ແກ່ອະດີດ​ຫົວໜ້າຄະນະ​ສາສະໜາ​ລັດຖະບານ Nguyen The Doanh ​ແລະ ຮອງຫົວໜ້າຄະນະ​ສາສະໜາ​ລັດຖະບານ Nguyen Thanh Xuan​, ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ໃຫ້​ໝູ່​ຄະນະ​ກົມ​ຮ່ວມ​ມື​ສາກົນ ​ແລະ ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2​ໃຫ້​ສູນ​ຄົ້ນຄ້ວາບຳລຸງ​ສ້າງວິຊາ​ການ​ວຽກ​ງານ​ສາສະໜາ. ​ໃນ​​ໂອກາດ​ນີ້, ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດກໍ່​ມອບ​ຫຼຽນ​ກາ​ທີ່​ລະນຶກ 60 ປີ​ແນວ​ລາວ​ສ້າງ​ຊາດ​ໃຫ້​ແກ່​ພະນັກງານ​ຂອງຄະນະ​ສາສະໜາ​ລັດຖະບານລວມ 20 ທ່ານ.

 

 

ຂ່າວ/ບົດ​ອື່ນ