ມອບຫຼຽນໄຊມິດຕະພາບໃຫ້ທ່ານBobRoberts,ປະທານອົງການGlocalVentures(GVI)
ທ່ານ ປະທານສະຫະພັນບັນດາອົງການ
ມິດຕະພາບຫວຽດນາມ ວູຊວນຮົ່ງ
(ພາບ: TTXVN)
(Vovworld)- ວັນທີ 21/12 ຢູ່ຮ່າໂນ້ຍ, ໂດຍໄດ້ຮັບການມອບສິດຂອງປະທານປະເທດຫວຽດນາມ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີປະດັບຫຼຽນໄຊມິດຕະພາບໃຫ້ ທ່ານ Bob Roberts ປະທານອົງການ Glocal Ventures, Inc. (GVI). ໃນພິທີດັ່ງກ່າວ, ທ່ານ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ວູຊວນຮົ່ງ ເນັ້ນໜັກວ່າ: ນີ້ແມ່ນລາງວັນອັນສູງສົ່ງຂອງຫວຽດນາມ ເພື່ອແນໃສ່ຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານ Bob Roberts ສຳລັບການຊຸກຍູ້ການເຄື່ອນໄຫວໜູນຊ່ວຍມະນຸດສະທຳ ແລະ ການພັດທະນາ ກໍ່ຄື ເພີ່ມທະວີການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ນັບແຕ່ເມື່ອມາຢ້ຽມຢາມຫວຽດນາມຄັ້ງທຳອິດ ໃນເດືອນ 3/1995, ທ່ານ Bob Roberts ໄດ້ປະກອບເງິນກວ່າ 3,5 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ຢູ່ຫວຽດນາມ ຜ່ານບັນດາໂຄງການ ໂດຍ GVI ປະຕິບັດ.
ເພື່ອເປັນກຽດກ່າວຄຳເຫັນສະແດງຄວາມພາກພູມໃຈ ເມື່ອໄດ້ຮັບລາງວັນອັນສູງສົ່ງຂອງຫວຽດນາມນີ້, ທ່ານ Bob Roberts ແບ່ງປັນບັນດານ້ຳໃຈອັນດີງາມຂອງຕົນ ທີ່ມີຕໍ່ປະເທດຊາດ ແລະ ຊາວຫວຽດນາມ ນັບແຕ່ເມື່ອໄດ້ມາຢ້ຽມຢາມຫວຽດນາມຄັ້ງທຳອິດໃນປີ 1995. ນັບແຕ່ເວລານັ້ນຈົນມາຮອດປະຈຸບັນ, ທ່ານ ແລະ ຄອບຄົວໄດ້ມີການເຄື່ອນໄຫວຫຼາຍຢ່າງ ເພື່ອຮັດແໜ້ນນ້ຳໃຈມິດຕະພາບ ລະຫວ່າງ ປະຊາຊົນ 2 ປະເທດ.