ມະຕິກອງປະຊຸມຄັ້ງທີ 4 ຂອງສູນກາງພັກກ່ຽວກັບການປະຕີບັດວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ
ກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 12 |
(vovworld)- ວັນທີ 5/11, ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດສະໄໝທີ 12, ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ໄດ້ເຊັນປະກາດໃຊ້ມະຕິກ່ຽວກັບການປະຕີບັດວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ, ຮັກສາສະຖຽນລະພາບທາງດ້ານການເມືອງ-ສັງຄົມໃນສະພາບການທີ່ເຂົ້າຮ່ວມບັນດາສັນຍາການຄ້າລຸ່ນໃໝ່. ມະຕິໄດ້ຊີ້ແຈ້ງທັດສະນະການຊີ້ນຳ. ນັ້ນແມ່ນຍຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນເພື່ອຜົນປະໂຫຍດແຫ່ງຊາດ ແມ່ນກຳນົດທິດຍຸດທະສາດເພື່ອກໍ່ສ້າງ ແລະ ພັດທະນາ, ປົກປັກຮັກສາປະເທດຊາດ. ມະຕິຍັງຊີ້ແຈ້ງບາງແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງຫວຽດນາມອີກດ້ວຍ.