ມະຫາວິທະຍາໄລຮ່າໂນ້ຍຄວນກາຍເປັນບ່ອນຮັກສາ,ເສີມຂະຫຍາຍວັດທະນະທຳຫວຽດນາມ

ມະຫາວິທະຍາໄລຮ່າໂນ້ຍຄວນກາຍເປັນບ່ອນຮັກສາ,ເສີມຂະຫຍາຍວັດທະນະທຳຫວຽດນາມ - ảnh 1

 (vovworl)- ​ປະ​ຈຸ​ບັນ ​ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ສອນ​ທັກ​ສະ​ດ້ານ​ພາ​ສາ​ຕ່າງ​ປະ​ເທດ, ທິດ​ສະ​ດີ​ໃຫ້​ນັກ​ສຶກ​ສາ​ເທົ່າ​ນັ້ນ ຫາກ​ຄວນ​ສູ້​ຊົນ​ກາຍ​ເປັນ​ບ່ອນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມອີກ​ດ້ວຍ. ນັ້ນ​ແມ່ນ​ຄວາມ​ປາດ​ຖະ​ຫນາ​ຂອງ​ທ່ານ ຫງວຽນ​ທ້​ຽນ​ເຍີນ, ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເມື່ອ​ລົງຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ຄູ​ສອນ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ໃນ​ຕອນ​ບ່າຍ​ວັນ​ທີ 27/8 ເນື່ອງ​ໃນ​ໂອ​ກາດ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ເຂົ້າ​ສູ່​ສົກ​ຮຽນ​ໃຫມ່. ນະ​ທີ່ນີ້, ທ່ານ​ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ສ​ະ​ເຫນີ​ວ່າ: ດ້ວຍທີ່​ຕັ້ງ​ບົດ​ບາດ​ ແລະ ບົດ​ຮຽນ​​ເປັນແຖວ​ຫນ້າ​ໃນ​ລະ​ບົບ​ບຳ​ລຸງ​ສ້າງ​ພາ​ສາ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ, ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ຄວນ​ມີ​ຫລາຍ​ມາດ​ຕະ​ການ​ປ່ຽນ​ໃຫມ່​ໃນ​ວຽກ​ງານ​ບຳ​ລຸງ​ສ້າງ, ຕີ​ລາ​ຄາ​ຄູ​ສອນ. ຜ່ານນັ້ນ ແກ້​ໄຂ​ຄວາມ​ຈຳ​ກັດ​ກ່ຽວ​ກັບ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ຕ່າງ​ປະ​ເທດຂອງ​ລຸ້ນ​ຫນຸ່ມ ພ້ອມ​ທັງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ຊາວ ຫວຽດ​ນາມ ຜ່ານນັ້ນ ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ