ມາ​ລີ: ສາ​ມັນ​ຊົນ​ນັບ​ສິ​ບ​ຄົນ​ຖືກ​ເຂັ່ນ​ຂ້​າ​ໃນ​ການ​ບຸກ​ໂຈມ​ຕີປະ​ກອບ​ອາ​ວຸດ

(VOVWORLD) -ບັນດາເປົ້າໝາຍທີ່ຖືກສົງໄສວ່າ ແມ່ນພາກສ່ວນປະຕິບັດການບຸກໂຈມຕີໃສ່ລົດຂົນສົ່ງຜູ້ໂດຍສານຄັນໜຶ່ງຢູ່ແຂວງ Mopti, ພາກກາງ ມາລີ ແລະ ເຂັ່ນຂ້າສາມັນຊົນຢ່າງໜ້ອຍສຸດ 30 ຄົນ. 
ມາ​ລີ: ສາ​ມັນ​ຊົນ​ນັບ​ສິ​ບ​ຄົນ​ຖືກ​ເຂັ່ນ​ຂ້​າ​ໃນ​ການ​ບຸກ​ໂຈມ​ຕີປະ​ກອບ​ອາ​ວຸດ - ảnh 1ທະຫານ ມາລີ ລາດຕາເວນຢູ່ ນະຄອນຫຼວງ Bamako (ພາບ: TTXVN)

ວັນທີ 4 ທັນວາ, ວົງການເຈົ້າໜ້າທີ່ທ້ອງຖິ່ນຢູ່ ມາລີ ໃຫ້ຮູ້ວ່າ ບັນດາເປົ້າໝາຍທີ່ຖືກສົງໄສວ່າ ແມ່ນພາກສ່ວນປະຕິບັດການບຸກໂຈມຕີໃສ່ລົດຂົນສົ່ງຜູ້ໂດຍສານຄັນໜຶ່ງຢູ່ແຂວງ Mopti, ພາກກາງ ມາລີ ແລະ ເຂັ່ນຂ້າສາມັນຊົນຢ່າງໜ້ອຍສຸດ 30 ຄົນ. ເຫດບຸກໂຈມຕີດັ່ງກ່າວ ເກີດຂຶ້ນໃນວັນທີ 3 ທັນວາ ເມື່ອບັນດາມືປືນຍິງປືນໃສ່ລົດໂດຍສານ ແລ້ວຫຼັງຈາກນັ້ນໄດ້ຈູດລົດຄັນດັ່ງກ່າວ. ແຂວງ Mopti ແມ່ນຈຸດຮ້ອນແຮງຂອງການໃຊ້ຄວາມຮຸນແຮງຢູ່ ມາລີ ເຊິ່ງກ່ຽວຂ້ອງເຖິງບັນດາມືປືນ ທີ່່ກ່ຽວຂ້ອງເຖິງອົງການກໍ່ການຮ້າຍ ຄື al – Qaeda ແລະ IS.

ໃນວັນດຽວກັນ, ກຸ່ມກຳລັງນຳໃຊ້ອາວຸດທີ່ຍັງບໍ່ທັນຮູ້ຊື່ ກໍໄດ້ບຸກໂຈມຕີໃສ່ຂະບວນລົດຂອງກຳລັງຮັກສາສັນຕິພາບ ສປຊ ຢູ່ ມາລີ ແລະ ເຮັດໃຫ້ພະນັກງານພົນລະເຮືອນ 1 ຄົນເສຍຊີວິດ ແລະ 1 ຄົນ ຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ