ມາເລເຊຍ, ນິວຊີແລນ ຊຸກຍູ້ RCEP ພາຍຫລັງ ອາເມລິກາ ຖອນອອກຈາກ TPP
ມາເລເຊຍ ຈະສຸມໃສ່ເຂົ້າໃນການເຊື່ອມໂຍງເສດຖະກິດພາກພື້ນ
ແລະ ປະຕິບັດສຳເລັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)
(vovworld) - ມາເລເຊຍ ຈະສຸມໃສ່ເຂົ້າໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ປະຕິບັດສຳເລັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນສະພາວະທີ່ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ອາດຈະບໍ່ປະກົດຜົນເປັນຈິງ ພາຍຫລັງ ອາເມລິກາ ປະກາດຖອນອອກຈາກ TPP. ວັນທີ 24/01, ທ່ານ Mustapa Mohamed ລັດຖະມົນຕີກະຊວງການຄ້າສາກົນ ແລະ ອຸດສາຫະກຳ ມາເລເຊຍ ໃຫ້ຮູ້ວ່າ: ມາເລເຊຍ ຈະຊຸກຍູ້ການເຊື່ອມໂຍງເສດຖະກິດກັບ 10 ປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ປະຕິບັດສຳເລັດ RCEP ເຊິ່ງລວມມີ ອາຊຽນ ແລະ 6 ຄູ່ຮ່ວມມືການຄ້າຫຼັກແຫຼ່ງຂອງກຸ່ມ ໃນນັ້ນມີ ຈີນ.
ແລະໃນວັນດຽວກັນ, ທ່ານ Bill English ນາຍົກລັດຖະມົນຕີ ນິວຊີແລນ ກໍ່ຢືນຢັນວ່າ ປະເທດນີ້ ຈະບໍ່ລົບລ້າງບັນດາເອກະສານການຄ້າເສລີອື່ນໆ ເມື່ອ ອາເມລິກາ ປະກາດຖອນອອກຈາກ TPP.