ມາເລເຊຍຈັບຕົວຜູ້ຖືກສົງໄສກ່ຽວຂ້ອງເຖິງເຫດວາງລະເບີດຢູ່ໄທ2ຄົນ

ມາເລເຊຍຈັບຕົວຜູ້ຖືກສົງໄສກ່ຽວຂ້ອງເຖິງເຫດວາງລະເບີດຢູ່ໄທ2ຄົນ - ảnh 1
(ພາບປະກອບ: CNN)

(vovworld) – ວັນ​ທີ 11/09, ຕຳຫຼວດ​ໄທ ​ໃຫ້​ຮູ້​ວ່າ, ຕຳຫຼວດ​ມາ​ເລ​ເຊ​ຍ ​ໄດ້​​ແຈ້ງ​​ໃຫ້​ຝ່າຍ​​ໄທ ຊາບກ່ຽວ​ກັບ​ເລ​ື່ອງຈັບ​ຕົວ 2 ຄົນ​ທີ່​ຖືກ​ສົງ​​ໄສ​ກ່ຽວ​ຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ຢູ່​ວິຫານ ​ເອຣາວັນ ​ແລະ ທ່າ​ກຳປ​ັ່ນ ສາທອນ ຢູ່​ບາງກອກ ​ເມື່ອ​ເດືອນ​ກ່ອນ. ​ແຫຼ່ງຂ່າວ​ດັ່ງກ່າວ​ກໍ​ໃຫ້​ຮູ້​ວ່າ, ພົນ​ຕີ​ຕຳຫຼວດ​ໄທ​ ສຸ​ຈາດ ທິຣະສະ​ວັດ, ຜູ້​ທີ່​ໄດ້​ຮັບ​ການ​​ແຕ່ງ​ຕັ້ງໄປ​ຍັງ​ມາ​ເລ​ເຊຍ ຮັບ​ຜິດຊອບ​ກຸ່ມສືບ​ສວນຮ່ວມ​ມື​ກັບປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງນີ້ ​ໄດ້​ກັບ​ເມື່ອ​ປະ​ເທດ​ໃນ​ວັນ​ທີ 11/09. ປະຈຸ​ບັນ, ທ່ານ ສຸ​ຈາດ  ພວມ​ຢູ່​ແຂວງ ຢາ​ລາ ​ເພື່ອ​ລໍ້​ຖ້າ​ຝ່າຍ​ມາ​ເລ​ເຊຍ​ ປະກາດ​ຈະ​ພາ​ຕົວຜູ້​ຖືກສົງ​ໄສ 2 ຄົນ​ດັ່ງກ່າວ​ກັບ​ເມື່ອ​ໄທ ຫຼື ບໍ່. ພົນ​ຕີ ສຸ​ຈາດ ໄດ້​ໄປ​ຍັງ​ມາ​ເລ​ເຊຍ ​ເມື່ອ​ວັນ​ທີ 07/09, ພາຍຫຼັງ​ມີຫຼັກ​ຖານ​ຊີ້​ໃຫ້​ເຫັນ​ວ່າ ມີ​ຜູ້​ຖືກ​ສົງ​ໄສ​​ວາງ​ລະ​ເບ​ີດຄົນ​ໜຶ່ງ ​ໄດ້​​ເດີນທາງ​ອອກ​ຈາກ​ໄທ​ຢ່າງ​ຜິດ​ກົດໝາຍ ຢູ່​ເຂດ​ຊາຍ​ຕິດ​ກັບແດນ​ມາ​ເລ​ເຊຍ, ຢູ່​ແຂວງ​ທາງ​ພາກ​ໃຕ້ ນາຣາທິວັດ.

ຂ່າວ/ບົດ​ອື່ນ